Vientiane Times Lao
ນະຄອນຫຼວງວຽງຈັນ ເລັ່ງກວດສອບ ການລັກລອບຕິດຕັ້ງອຸປະກອນ ຮັບ-ສົ່ງ ສັນຍານໂທລະສັບ ຈາກຕ່າງປະເທດ ແບບຜິດກົດໝາຍ

ນະຄອນຫຼວງວຽງຈັນ ເລັ່ງກວດສອບ ການລັກລອບຕິດຕັ້ງອຸປະກອນ ຮັບ-ສົ່ງ ສັນຍານໂທລະສັບ ຈາກຕ່າງປະເທດ ແບບຜິດກົດໝາຍ

ພະແນກເຕັກໂນໂລຊີ ແລະ ກາ​ນສື່​ສານ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ເຈົ້າໜ້າທີ່ຕຳຫຼວດ ​ລົງກວດກາ ແລະ ຮື້ຖອນອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater), ຊຶ່ງມີກຸ່ມບຸກຄົນບໍ່ຫວັງດີ ໄດ້ລັກລອບເອົາອຸປະກອນດັ່ງກ່າວເຂົ້າມາຕິດຕັ້ງແບບຜິດກົດໝາຍ ໃນ ສປປ ລາວ.

ອຸປະກອນດັ່ງກ່າວ ແມ່ນອຸປະກອນທີ່ນໍາໃຊ້ ຮັບ-ສົ່ງ ສັນຍານເຄື່ອຂ່າຍໂທລະສັບ ແລະ ສັນຍານອິນເຕີເນັດ ຈາກຕ່າງປະເທດ ມານໍາໃຊ້ຢູ່ ສປປ ລາວ, ເຊິ່ງເປັນອຸປະກອນທີ່ຫ້າມນໍາເຂົ້າ, ຫ້າມຈໍາໜ່າຍ, ຫ້າມຕິດຕັ້ງ ແລະ ຫ້າມນໍາໃຊ້ຢູ່ໃນ ສປປ ລາວ.

ເປັນອຸປະກອນທວນສັນຍານ ທີ່ກຸ່ມຄົນບໍ່ດີ ລັກລອບນໍາໃຊ້ເຂົ້າໃນການຫຼອກລວງທາງໂທລະສັບ ແລະ ທາງສື່ສັງຄົມອອນລາຍ, ເຊິ່ງຜິດຕໍ່ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.

ກະຊວງ ເຕັກໂນໂລຊີ ແລະ ກາ​ນສື່​ສານ ອອກຄຳສັ່ງຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ລັກລອບນໍາໃຊ້ ແລະ ຕິດຕັ້ງ ອຸປະກອນ Repeater ດັ່ງກ່າວນີ້, ເພາະຈະກໍ່ໃຫ້ເກີດຄື້ນຄວາມຖີ່ລົບກວນລະບົບໂທລະສັບເຄື່ອນທີ່ 2G/3G/4G ແລະ 5G ໃນ ສປປ ລາວ ແລະ ສົ່ງຜົນໃຫ້ການເຊື່ອມຕໍ່ລະບົບມີຄວາມຫຼ້າຊ້າ ຫຼື ບໍ່ສາມາດເຊື່ອມຕໍ່ໄດ້ປົກກະຕິ.

ວັນທີ 19 ສິງຫາ 2025, ກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ ກໍລະກົດ 2025 ກົມ​​ຄື້ນ​ຄວາມ​ຖີ່ວິທະຍຸສື່ສານ, ກະ​ຊວງ​ເຕັກໂນໂລຊີ ແລະ ກາ​ນສື່​ສານ ໄດ້ລົງເກັບກໍາຂໍ້ມູນການລັກລອບນຳໃຊ້ອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater) ເຂົ້າມານຳໃຊ້ຢູ່ໃນຂອບເຂດນະຄອນຫຼວງວຽງຈັນ.

ພະແນກເຕັກໂນໂລຊີ ແລະ ກາ​ນສື່​ສານ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ເຈົ້າໜ້າທີ່ຕຳຫຼວດ ລົງກວດກາ ແລະ ຮື້ຖອນອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater) ຈໍານວນ 4 ຊຸດ.

ຕໍ່ກັບການລົງກວດກາ ແລະ ຮື້ຖອນໃນຄັ້ງນີ້, ທາງຄະນະຮັບຜິດຊອບ ໄດ້ຍຶດເອົາອຸປະກອນດັ່ງກ່າວ, ພ້ອມທັງຕັກເຕືອນ ແລະ ສຶກສາອົບຮົມ ຜູ້ນໍາໃຊ້ອຸປະກອນທວນສັນຍານ ຈາກຕ່າງປະເທດ (Repeater), ຖ້າຫາກກວດພົບເຫັນການນໍາໃຊ້ອຸປະກອນ ດັ່ງກ່າວນີ້ອີກ ແມ່ນຈະໄດ້ດໍາເນີນການຕາມກົດໝາຍ ແລະ ລະບຽບການ.

Related Articles

Leave a Reply