Vientiane Times Lao
ແຂວງ ຫຼວງນໍ້າທາ ມີແຜນຈະສ້າງພຣະເຈົ້າໃຫຍ່ ໃນເຂດສັກສິດ ພູທາດຫຼວງຈຽງຕຶງ ເພື່ອດຶງດູດນັກທ່ອງທ່ຽວ

ແຂວງ ຫຼວງນໍ້າທາ ມີແຜນຈະສ້າງພຣະເຈົ້າໃຫຍ່ ໃນເຂດສັກສິດ ພູທາດຫຼວງຈຽງຕຶງ ເພື່ອດຶງດູດນັກທ່ອງທ່ຽວ

ແຂວງ ຫຼວງນໍ້າທາ ມີແຜນຈະພັດທະນາ ເຂດສັກສິດ ພູທາດຫຼວງຈຽງຕຶງ ຢູ່ ເມືອງ ສິງ, ຊຶ່ງກຳລັງລະດົມທຶນ ເພື່ອກໍ່ສ້າງພຣະເຈົ້າໃຫຍ່ປາງປະທານພອນ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວດ້ານວັດທະນະທຳ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ຄໍາແສງ ແສງມະນີ, ຮອງປະທານແນວລາວສ້າງຊາດ ເມືອງສິງ ລາຍງານຫຍໍ້ກ່ຽວກັບວຽກງານການພັດທະນາແຫຼ່ງທ່ອງທ່ຽວ ໃນກອງປະຊຸມ, ຊຶ່ງຈັດຂຶ້ນໃນ ວັນທີ 15 ສິງຫາທີ່ຜ່ານມາ.

ກອງປະຊຸມໄດ້ປຶກສາຫາລືກັນ ເພື່ອກະກຽມລະດົມທຶນປະກອບສ່ວນເຂົ້າໃນການກໍ່ສ້າງພະເຈົ້າໃຫຍ່ປາງປະທານພອນ ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

ພ້ອມທັງລາຍງານການສໍາຫຼວດຈັດສັນ ແຫຼ່ງທ່ອງທ່ຽວນໍ້າຕົກຕາດ ນໍ້າແກ້ວ, ການກໍານົດແບ່ງເຂດພາຍໃນແຫຼ່ງທ່ອງທ່ຽວ ແລະ ຂອບເຂດເນື້ອທີ່ແຫຼ່ງທ່ອງທ່ຽວ.

ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຫາລືກັນ ເພື່ອກໍານົດກິດຈະກໍາການທ່ອງທ່ຽວ, ກິດຈະກໍາໃນເຂດສະຫງວນ ແລະ ກິດຈະກໍາການທ່ອງທ່ຽວໃນເຂດພາຍນອກແຫຼ່ງທ່ອງທ່ຽວ. 

ພ້ອມນີ້, ໃນກອງປະຊຸມຍັງໄດ້ແລກປ່ຽນກັນກ່ຽວກັບຄວາມເປັນໄປໄດ້ໃນການພັດທະນາເຂດສັກສິດ ພູທາດຫຼວງຈຽງຕືງ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ແຂວງ ຫຼວງນໍ້າທາ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ສ້າງລາຍຮັບໃຫ້ຊຸມຊົນໃນ ເມືອງ ສິງ.

ພູທາດຫຼວງຈຽງຕຶງ ເປັນສະຖານທີ່ສັກສິດທີ່ສຳຄັນທີ່ສຸດໃນ ເມືອງ ສິງ, ຕັ້ງຢູ່ເທິງຈອມພູ ແລະ  ຫ່າງຈາກເທດສະບານເມືອງ ປະມານ 5,5 ກິໂລແມັດ. 

Related Articles

Leave a Reply