Vientiane Times Lao
ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຂວງໄຊສົມບູນ

ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຂວງໄຊສົມບູນ

ອົງການກາແດງແຫ່ງຊາດລາວ ມອບພາຫະນະ ປະເພດລົດຕູ້ 1 ຄັນ ມູນຄ່າ  37,500 ໂດລາ, ອຸປະກອນຮັບໃຊ້ ປະເພດຄອມພິວເຕີ 2 ເຄື່ອງ ແລະ ອຸປະກອນການແພດ ອີກຈໍານວນໜຶ່ງ

ໃຫ້ແກ່ອົງການກາແດງແຂວງໄຊສົມບູນ ເພື່ອນຳໃຊ້ໃນການເຄື່ອນໄຫວວຽກງານການປຸກລະດົມຮັບບໍລິຈາກເລືອດພາຍໃນແຂວງໄຊສົມບູນ.

ການມອບພາຫະນະ ແລະ ອຸປະກອນຮັບໃຊ້ ຄັ້ງນີ້ ແມ່ນຈະເປັນທ່າແຮງໃຫ້ກັບອົງການກາແດງແຂວງໄຊສົມບູນ ໃນການເພີ່ມທະວີຂີດຄວາມສາມາດການອອກປຸກລະດົມຮັບບໍລິຈາກເລືອດຢູ່ສະຖານທີ່ຕ່າງໆພາຍໃນແຂວງຂອງຕົນເພື່ອໃຫ້ມີເລືອດພຽງພໍ ພ້ອມທັງ ເພີ່ມຄວາມສາມາດບັນລຸໂຕເລກຄາດໝາຍສູ້ຊົນ 600 ຖົງໃນປີ 2025 ທັງເປັນການ ສົ່ງເສີມຂະຫຍາຍແຜນກິດຈະກຳໃນການອອກຮັບບໍລິຈາກເລືອດໃນທ້ອງຖິ່ນໃຫ້ກວ້າງຂວາງຍິ່ງຂຶ້ນ ເພື່ອໃຫ້ມີເລືອດພຽງພໍໃນການຊ່ວຍເຫຼືອຄົນເຈັບທີ່ມີຄວາມຕ້ອງການເລືອດເຂົ້າໃນການປິ່ນປົວ.

ພິທີມອບ-ຮັບ ພາຫະນະ ແລະ ອຸປະກອນຮັບໃຊ້ ນີ້ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມອົງການກາແດງແຂວງໄຊສົມບູນ, ຊຶ່ງຕາງໜ້າອົງການກາແດງແຫ່ງຊາດລາວ ມອບໂດຍ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ຮັບໂດຍທ່ານ ດຣ ລີເຢີ ໄຊຍະຊ່າງ  ຫົວໜ້າອົງການກາແດງແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

Related Articles

Leave a Reply