Vientiane Times Lao
ປກສ ແຂວງຄຳມ່ວນ ຈັບໂຈນໃຈບາບ  3 ຄົນ ກໍ່ເຫດລັກພຣະພຸດທະຮູບ

ປກສ ແຂວງຄຳມ່ວນ ຈັບໂຈນໃຈບາບ  3 ຄົນ ກໍ່ເຫດລັກພຣະພຸດທະຮູບ

ພັທ ລັກມະນີ ຈັນທະລາດ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ລາຍງານວ່າ: ວັນທີ 9 ສິງຫາ 2025 ຜ່ານມາ, ເຈົ້າໜ້າທີ່ ໄດ້ຮັບແຈ້ງຄວາມວ່າ ມີກຸ່ມຄົນຮ້າຍລົງມືລັກຊັບ (ພຣະພຸດທະຮູບ) ຢູ່ທີ່ວັດສີບຸນເຮືອງ ບ້ານດອນມະໄຫຼ ເມືອງທ່າແຂກ ຈຳນວນ 21 ອົງ, ມີພຣະສີເຫຼືອງຄ້າຍຄືຄຳ 3 ອົງ, ພຣະເງິນ 16 ອົງ ແລະ ພຣະທອງ 2 ອົງ.

ພາຍຫຼັງ ແຈ້ງຕໍ່ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ປະກາດໂພສລົງສື່ອອນລາຍ ທາງເຟດບຸກ, ທ້າວ ສີສະຫວາດ ອາຍຸ 25 ປີ ອາຊີບຄ້າ-ຂາຍຢູ່ບ້ານຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຫັນໂພດຄືກັນກັບພຣະພຸດທະຮູບທີ່ຕົນຊື້ມາ ຈຶ່ງນຳເອົາພຣະພຸດທະຮູບ ທັງໝົດ 15 ອົງ ນໍາມາມອບໃຫ້ເຈົ້າໜ້າທີ່ຫ້ອງການບ້ານຊ້າງຄູ້ ເມືອງໄຊທານີ.

ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຄຳມ່ວນ ຈຶ່ງສາມາດຮູ້ໄດ້ວ່າ ກຸ່ມລັກພຣະພຸດທະຮູບໄປພັກເຊົາຢູ່ບ້ານພັກແຫ່ງໜຶ່ງ ຢູ່ເຂດບ້ານແມດ ເມືອງແມດ ແຂວງວຽງຈັນ.

ດັ່ງນັ້ນ, ໃນວັນທີ 13 ສິງຫາ 2025 ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ຈຶ່ງໄດ້ນຳກຳລັງເຂົ້າປິດລ້ອມເປົ້າໝາຍຢູ່ບ້ານພັກດັ່ງກ່າວ ສາມາດກັກຕົວເປົ້າໝາຍໄດ້ 3 ຄົນ ພ້ອມເກັບກູ້ພຣະພຸດທະຮູບ ໄດ້ຈຳນວນ 32 ອົງ ແລະ ສຽນພຣະ 1 ສຽນ. ມາດຳເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຈຶ່ງຮູ້ໄດ້ວ່າ: ຜູ້ຖືກຫາທັງ 3 ຄົນ ຊື່: ທ້າວ ສິງທອງ ເຮືອງພະຈັນ ອາຍຸ 69 ປີ, ທ້າວ ວົງມະນີ ສີວໍລະວົງ ອາຍຸ 24 ປີ ທັງສອງເປັນປະຊາຊົນ ຢູ່ບ້ານແມດ ເມືອງແມດ ແຂວງວຽງຈັນ ແລະ ທ້າວ ຕ່າງ ຄຳຜິວສາຍພັນ ອາຍຸ 35 ປີ ເປັນປະຊາຊົນ ຢູ່ບ້ານວັງຫີນ ເມືອງນາກາຍ ແຂວງຄຳມ່ວນ, ຊຶ່ງພວກກ່ຽວຍັງຮັບສາລະພາບຕື່ມອີກວ່າ: ໃນໄລຍະ ກາງປີ 2025 ຜ່ານມາ, ພວກກ່ຽວແມ່ນໄດ້ເຄື່ອນໄຫວລັກຊັບ (ພຣະພຸດທະຮູບ) ຢູ່ຕາມວັດຕ່າງໆ ຢູ່ໃນແຂວງວຽງຈັນ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ມາແລ້ວ 8 ຄັ້ງ, ໃນແຕ່ລະຄັ້ງ ກໍ່ໄດ້ພຣະພຸດທະຮູບ ເປັນຈຳນວນຫຼາຍ ແລ້ວນຳໄປຂາຍໃຫ້ເຖົ້າແກ່ຄົນໄທ (ບໍ່ຮູ້ຊື່) ທີ່ຮັບຊື້ນຳພວກກ່ຽວເປັນປະຈຳ.

ໃນວັນທີ 8 ສິງຫາ 2025 ເວລາປະມານ 12:00 ໂມງ, ພວກກ່ຽວທັງ 3 ຄົນ ໄດ້ລົງມືເຄື່ອນໄຫວລັກພຣະພຸດທະຮູບ ຢູ່ວັດນາເມືອງ ເມືອງທ່າແຂກ  ແຂວງຄຳມ່ວນ ໄດ້ພຣະພຸດທະຮູບໄມ້ ຈຳນວນ 4 ອົງ ແລະ ວັນທີ 9 ສິງຫາ 2025 ພວກກ່ຽວໄດ້ເຄື່ອນໄຫວລັກພຣະພຸດທະຮູບ ຢູ່ວັດສີບຸນເຮືອງ ບ້ານດອນມະໄຫຼ ເມືອງທ່າແຂກ ແຂວງຄຳມ່ວນໄດ້ພຣະພຸດທະຮູບໄປ ຈຳນວນ 21 ອົງ ແລະ ລັກພຣະພຸດທະຮູບ ຢູ່ວັດບ້ານມ່ວງສຸມ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ພຣະພຸດທະຮູບ ຈຳນວນ 4 ອົງ

ພາຍຫຼັງພວກກ່ຽວໄດ້ພຣະພຸດທະຮູບມາແລ້ວ ກໍນຳໄປຂາຍໃຫ້ເຖົ້າແກ່ຄົນໄທ (ບໍ່ຮູ້ຊື່ຄົນເກົ່າ) ຈຸດຊື້-ຂາຍແມ່ນຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃກ້ກັບດ່ານສາກົນຂົວມິດຕະພາບ1, ໄດ້ເງິນ 24,000 ບາດ ແລະ ນຳໄປຂາຍໃຫ້ກັບ ທ້າວສີສະຫວາດ ອາຍຸ 25 ປີ, ອາຊີບຄ້າ-ຂາຍ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຳນວນ 15 ອົງ.

ພຣະພຸດທະຮູບທີ່ເກັບກູ້ຄືນມາໄດ້ 32 ອົງ ແລະ ສຽນພຣະ 1 ສຽນ ນັ້ນ, ໄດ້ນຳມາມອບຄືນໃຫ້ທາງວັດບ້ານດອນມະໄຫຼ ເມືອງທ່າແຂກ ແຂວງຄຳມ່ວນ 21 ອົງ, ສ່ວນພຣະພຸດທະຮູບທີ່ຍັງເຫຼືອ ເຈົ້າໜ້າທີ່ຍັງເກັບຮັກສາໄວ້ເພື່ອກວດກາໃຫ້ລະອຽດຈະແຈ້ງເພື່ອມອບຄືນໃຫ້ວັດທີ່ຖືກເສຍຫາຍ.

ສໍາລັບ ຄະດີດັ່ງກ່າວ ທາງເຈົ້າໜ້າທີ່ຕຳຫຼວດ ໄດ້ນຳຕົວຜູ້ຖືກຫາທັງ 3 ຄົນ ມາຈຳລອງເຫດການຄືນຢູ່ສະຖານທີ່ກໍ່ເຫດທີ່ວັດສີບຸນເຮືອງ ບ້ານດອນມະໄຫຼ ເມືອງທ່າແຂກ ແຂວງຄຳມ່ວນ ເພື່ອປະກອບໃສ່ສຳນວນ-ສຳເນົາຄະດີດັ່ງກ່າວສະຫຼຸບໃຫ້ອົງການໄອຍະການດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍທີໄດ້ກຳນົດໄວ້.

ຂ່າວຈາກ: ປກສ ແຂວງຄໍາມ່ວນ

Related Articles

Leave a Reply