Vientiane Times Lao
ບໍລິຄຳໄຊ ຫັວງສູ້ຊົນບໍ່ໃຫ້ຫຼຸດ 11 ຫຼຽນຄຳ ໃນງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ

ບໍລິຄຳໄຊ ຫັວງສູ້ຊົນບໍ່ໃຫ້ຫຼຸດ 11 ຫຼຽນຄຳ ໃນງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ

ແຂວງບໍລິຄຳໄຊ ຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 11 ຫຼຽນຄໍາ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.

ເມື່ອບໍດົນມານີ້ ຢູ່ຫ້ອງປະຊຸມຫ້ອງວ່າການບໍລິຄຳໄຊ ໄດ້ມີກອງປະຊຸມປຶກສາຫາລື ການກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອເຂົ້າຮ່ວມງານກິລາ ຄັ້ງນີ້, ໂດຍການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ມີການກຳນົດ 16 ປະເພດຮ່ວມແຂ່ງຂັນ  ພ້ອມນັ້ນ ຍັງໄດ້ພ້ອມກັນປຶກສາຫາລືໃນດ້ານຕ່າງໆ ເປັນຕົ້ນ ແມ່ນທາງດ້ານງົບປະມານ, ການຄັດເລືອກເອົານັກກິລາແຕ່ລະປະເພດ ເພື່ອເຂົ້າສູນຝຶກຊ້ອມ ແລະ ດ້ານອຶ່ນໆ ເພື່ອໃຫ້ນັກກິລາມີຄວາມພ້ອມຮັບປະກັນເຂົ້າຮ່ວມໃຫ້ໄດ້ຕາມແຜນການ ແລະ ຍາດໄດ້ຫຼຽນຕາມເປົ້າໝາຍທີ່ວາງໄວ້.

ງານມະຫາກຳກິລາແກ່ງຊາດ ຄັ້ງທີ XII 2025 ໄດ້ກໍານົດ 33 ປະເພດກິລາ ຮ່ວມແຂ່ງຂັນ ແຕ່ແຂວງບໍລິຄໍາໄຊ ໄດ້ກໍານົດສົ່ງນັກກິລາເຂົ້າຮ່ວມ 16 ປະເພດກິລາ: ແລ່ນ-ລານ, ບານເຕະ, ໝາກເສິກ, ເປຕັງ, ກະຕໍ້, ໜ້າເກັກ, ເທຄວັນໂດ, ຣັກບີ້, ຊ່ວງເຮືອ, ມວຍລາວ, ມວຍສາກົນ, ມວຍວູຊູ, ດຶງເຊືອກ, ດອກປີກໄກ່, ບານສົ່ງຊາຍຫາດ ແລະ ກິລາໝາກຂ່າງ

ສໍາລັບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ປີ 2022 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ແຂວງບໍລິຄໍາໄຊ ໄດ້ອັນດັບທີ 13 ຍາດໄດ້ 6 ຫຼຽນຄຳ, 2 ຫຼຽນເງິນ ແລະ 12 ຫຼຽນທອງ ລວມ 20 ຫຼຽນ, ສ່ວນອັນດັບ1 ເຈົ້າພາບ ຊຽງຂວາງ ຍາດມາໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ.

ຂ່າວຈາກ: ສກຂ ບໍລິຄຳໄຊ

Related Articles

Leave a Reply