ກອງປະຊຸມພົບປະສອງຝ່າຍລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ (ຄອສພ) ແລະ ຄະນະຜູ້ແທນຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກ 2025 ຜ່ານມານີ້, ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ, ການພົບ ປະຄັ້ງນີ້, ຝ່າຍລາວນໍາໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າ ຄອສພ, ຝ່າຍ ຫວຽດນາມນໍາໂດຍ ທ່ານ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ພັກກອມມູນິດຫວຽດນາມ ພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຜົນສໍາເລັດອັນພົ້ນເດັ່ນໃນວຽກງານໂຄສະນາໃຫ້ ກັນ ແລະ ກັນ ຊາບ. ພ້ອມຕີລາຄາການພົວພັນຮ່ວມມືບົນພື້ນຖານປະຕິບັດຕາມບົດບັນທຶກການຮ່ວມມື ລະຫວ່າງ ຄະນະ ໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນ ກາງພັກກອມມູນິດຫວຽດນາມ ໄລຍະ 2022-2026. ສອງຄະນະໂຄສະນາ ໄດ້ສືບຕໍ່ຜັນຂະຫຍາຍ ແລະ ຈັດ ຕັ້ງປະຕິບັດຂໍ້ຕົກລົງຮ່ວມມື ສອງຝ່າຍເຂົ້າສູ່ຕົວຈິງ. ອັນພົ້ນເດັ່ນແມ່ນປະ ສານສົມທົບກັບພາກສ່ວນກ່ຽວ ຂ້ອງຂອງຫວຽດນາມຈັດຕັ້ງການປາຖະກະຖາ ເນື່ອງໃນໂອກາດວັນສໍາຄັນ ຂອງຊາດ, ຂອງພັກ ແລະ ແນວຄິດ ຊີ້ນໍາການນໍາຂັ້ນສູງຂອງສອງປະເທດໃຫ້ກວ້າງຂວາງ; ສ້າງເອກະ ສານໂຄສະນາເຜີຍແຜ່ຜົນສໍາເລັດຂອງການ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງສອງພັກ, ສອງລັດ ແລະ ມູນເຊື້ອອັນດີງາມຄວາມສາມັກຄີຮັກ ແພງອັນສະໜິດສະໜົມຖານອ້າຍນ້ອງຮ່ວມອຸທອນດຽວ ກັນຜ່ານບັນດາພາຫະນະສື່ມວນຊົນໃຫ້ມີຫຼາຍຮູບ ແບບ ແລະ ກ້ວາງຂວາງ. ຜ່ານການໂຄສະນາເຜີຍແຜ່ຂໍ້ມູນກ່ຽວກັບການພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ ດ້ວຍຫຼາຍເນື້ອໃນຫຼາຍຮູບການ ຫຼາຍລະດັບສູ່ສັງຄົມຢ່າງເປັນປົກກະຕິຕໍ່ເນື່ອງ ແລະ ກວ້າງ ຂວາງ ເຮັດໃຫ້ປະຊາຊົນສອງຊາດໄດ້ຮັບຮູ້, ເຂົ້າໃຈມູນເຊື້ອການພົວພັນ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ທີ່ບໍລິສຸດຜຸດຜ່ອງແບບໜຶ່ງດຽວໃນໂລກຢ່າງເລິກເຊິ່ງຂຶ້ນຕື່ມ. ນອກນັ້ນ, ຄະນະໂຄສະນາ ຫວຽດນາມ ຍັງສືບຕໍ່ໃຫ້ການຊ່ວຍໜູນ ດ້ານວັດຖຸ-ເຕັກນິກ, ການຫັນເປັນທັນສະໄໝໃຫ້ແກ່ ໜັງສືພິມ ປະຊາຊົນ, ສື່ມວນຊົນ ແລະ ວາລະສານ ອາລຸນໃໝ່ (ການສ້າງແວັບໄຊ ຫຼື ສື່ເອເລັກໂຕຣນິກ).
ຝ່າຍລາວໄດ້ສະເໜີທິດທາງຮ່ວມມືໃນຕໍ່ໜ້າໃຫ້ສືບຕໍ່ຊຸກຍູ້ການໄປມາຫາສູ່ ແລະ ພົບປະແລກປ່ຽນ ລະຫວ່າງ ຄະນະຜູ້ແທນການນໍາຂັ້ນສູງ ແລະ ຄະນະວິຊາການຂອງສອງຝ່າຍຢ່າງເປັນປົກກະຕິຕໍ່ເນື່ອງ, ສືບຕໍ່ຜັດປ່ຽນ ການຈັດສໍາມະນາທິດສະດີສອງພັກລາວ-ຫວຽດນາມ ແລະ ໃຫ້ໄດ້ຮັບໝາກຜົນຕົວຈິງ ເພື່ອເປັນຂໍ້ມູນຄົ້ນຄວ້າ ໝູນໃຊ້ເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ມີຄວາມສອດຄ່ອງໃນແຕ່ລະ ໄລຍະ; ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ວຽກງານສື່ມວນຊົນ, ການໂຄສະນາເຜີຍແຜ່ຜົນສໍາເລັດຂອງການຈັດ ຕັ້ງ ຜັນຂະຫຍາຍແນວທາງນະໂຍບາຍຂອງສອງພັກ, ສອງລັດ ຜ່ານພາຫະນະສື່ມວນຊົນໃຫ້ກວ້າງຂວາງ ໂດຍ ສະເພາະໃນປັດຈຸບັນຂະແໜງຖະແຫຼງຂ່າວ (ສື່ມວນຊົນ) ໄດ້ມາຂຶ້ນກັບ ຄອສພ, ເພື່ອເປັນຂໍ້ມູນ ແລະ ບົດຮຽນ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ກໍຄືວຽກງານສື່ມວນຊົນ ຢູ່ ສປປ ລາວ ໃນຕໍ່ໜ້າໃຫ້ມີຜົນສໍາເລັດ ແລະ ມີປະສິດທິພາບ ສູງຂຶ້ນ, ຝ່າຍລາວຍັງໄດ້ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານສື່ມວນຊົນຂອງ ຫວຽດນາມເຊັ່ນ: ການຄຸ້ມຄອງບັນດາສື່ມວນຊົນຂອງພັກ-ລັດ ຢູ່ ສສ ຫວຽດນາມ, ການຄຸ້ມຄອງສື່ເອເລັກໂຕຣນິກທົ່ວ ໄປໃນສັງຄົມ ແລະ ການຕອບໂຕ້ຂ່າວບິດເບືອນ ຂອງພວກຄົນບໍ່ດີຜ່ານສື່ອອນລາຍ; ສືບຕໍ່ ຮ່ວມມື ໃນການຝຶກອົບຮົມພະນັກງານວິຊາການຂອງ ຄອສພ ຢູ່ ສສ ຫວຽດນາມ ຫຼື ສົ່ງຊ່ຽວຊານຂອງ ຫວຽດນາມມາຝຶກອົບຮົມໃຫ້ພະນັກງານ ຢູ່ ສປປ ລາວ, ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດ ວຽກງານໂຄສະນາຂົນຂວາຍປະຊາຊົນ, ການໂຄສະນາເຜີຍແຜ່ແນວທາງ ນະໂຍບາຍຂອງພັກ, ການສ້າງ ເອກະສານສຶກສາອົບຮົມນໍາພາແນວຄິດ, ວິທີຕອບແກ້ຫາງສຽງສັງ ຄົມ ແລະ ການໂຄສະນາ ບິດເບືອນ ໃສ່ຮ້າຍປ້າຍສີຂອງອິດທິກຳລັງປໍລະປັກ.
ສໍາລັບຂອບການພົວພັນຮ່ວມມືສອງຄະນະໂຄສະນາສະເໜີ ສືບຕໍ່ສົມທົບກັນຖອດຖອນບົດຮຽນການຈັດຕັ້ງ ປະຕິບັດຜົນການຮ່ວມມື ໃນໄລຍະຜ່ານມາ ແລະ ຮ່ວມ ກັນປຶກສາຫາລືສ້າງແຜນການຮ່ວມມືສະບັບໃໝ່ໃຫ້ ມີລັກສະນະກວມລວມ ແລະ ມີຈຸດສຸມ ລະ ຫວ່າງສອງ ຄະນະໂຄສະນາໃນຕໍ່ໜ້າ ໃຫ້ມີຄຸນນະພາບສູງກວ່າເກົ່າ ແລະ ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ.
ແຫຼ່ງຂ່າວຈາກ ປະຊາຊົນ


