Vientiane Times Lao
ຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ແຫ່ງ ສປ ຈີນ ໄດ້ເດີນທາງມາຮອດ ປະເທດລາວແລ້ວ

ຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ແຫ່ງ ສປ ຈີນ ໄດ້ເດີນທາງມາຮອດ ປະເທດລາວແລ້ວ

ຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ແຫ່ງ ສປ ຈີນ ນໍາພາໂດຍສະຫາຍ ຫວາງ ຮູໝິງ ຄະນະປະຈໍາກໍາມະການກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໄດ້ເດີນທາງມາ ຮອດ ສປປ ລາວແລ້ວ ໃນມື້ນີ້ໂດຍມີ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ແມ່ນເພື່ອຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້າລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ໃນໂອກາດດັ່ງກ່າວ ສະຫາຍ ຫວາງ ຮູໝິງ ຍັງຈະໄດ້ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ.

Related Articles

Leave a Reply