Vientiane Times Lao
 ADB ຊ່ວຍ 48 ລ້ານໂດລາ ໃນການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 4

 ADB ຊ່ວຍ 48 ລ້ານໂດລາ ໃນການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 4

ໂຄງການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນ ແມ່ນໍ້າຂອງ 4 ຫຼື ໂຄງການ GMS4, ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກທະນາຄານພັດທະນາອາຊີ ຫຼື ADB ໃຫ້ພັດທະນາພື້ນຖານໂຄງລ່າງຢູ່ 2 ຕົວເມືອງຄື: ເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ເມືອງທ່າແຂກ ແຂວງຄຳມ່ວນ ຈໍານວນເງິນ 54.06 ລ້ານໂດລາສະຫະລັດ. ໃນນັ້ນ, ມີເງິນຊ່ວຍເຫຼືອລ້າ ຈາກ ADB ຈຳນວນ 48 ລ້ານ ໂດລາສະຫະລັດ ໃຫ້ນໍາໃຊ້ເຂົ້າວຽກງານການກໍ່ສ້າງ, ຈັດຊື້ພາຫະນະຮັບໃຊ້ວຽກບໍລິການເກັບມ້ຽນຂີ້ເຫຍື້ອ ແລະ ທືນສົມທົບລັດຖະບານ ແຫ່ງ ສປປ ລາວ ຈຳນວນ 6.06 ລ້ານໂດລາສະຫະລັດ ນໍາໃຊ້ເຂົ້າໃນວຽກງານ ການຍົກຍ້າຍ ແລະ ຊົດເຊີຍ, ໂຄງການກໍ່ສ້າງປ້ອງກັນຕາຝັງເຈື່ອນ ແຄມແມ່ນໍ້າຂອງ ຕົວເມືອງ ທ່າແຂກ ມີ 2 ສັນຍາ ຈະເລັ່ງໃຫ້ສໍາເລັດຕາມແຜນການໃນກາງປີ 2026 ຄື: ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ບໍ່ລວມເຂດ B ຮັບເໝົາໂດຍ ບໍລິສັດ LSM ຄົບວົງຈອນ ຈຳກັດຜູ້ດຽວ ມູນຄ່າ 4,680,873 ໂດລາສະຫະລັດ ປະຕິບັດໄດ້ 38.53% ແລະ ໂຄງການ ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ເຂດ B ຮັບ ເໝົາໂດຍ ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ 1,838,389 ໂດລາສະຫະລັດ ປະຕິບັດໄດ້ 36.33%. ນອກນີ້, ຍັງມີກິດຈະກໍາຍ່ອຍ ທີ່ນອນຢູ່ໃນການພັດທະນາພື້ນຖານໂຄງລ່າງຕົວເມືອງທ່າແຂກ ເປັນຕົ້ນແມ່ນ: ກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອແບບສຸຂະອະນາໄມ ປະຕິບັດສໍາເລັດ 100%, ກໍ່ສ້າງຮ່ອງລະບາຍນໍ້າ ປະຕິບັດສຳເລັດ 100%, ກໍ່ສ້າງອ່າງບຳບັດນໍ້າເປື້ອນ ປະຕິບັດໄດ້ 100%, ການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ການອະນຸລັກມໍລະດົກໃນຕົວເມືອງທ່າແຂກ ປະຕິບັດໄດ້ 33,96%.

ແຫຼ່ງທີ່ມາຂ່າວ-ພາບ: ກອງຄໍາ

Related Articles

Leave a Reply