ກອງຮ້ອຍປືນໃຫຍ່ໜ້າດິນ ກອງພັນໃຫຍ່302 ກອງພົນທີ 3 ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2025 ເມື່ອມໍ່ໆມານີ້ ຢູ່ແຂວງບໍ່ແກ້ວ.
ການຝຶກຊ້ອມຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ຂອງເຫຼົ່າຮົບວິຊາສະ ເພາະປືນໃຫຍ່ ໜ້າດິນໃນຄັ້ງນີ້ ກໍ່ເພື່ອປະຕິບັດຕາມ ແຜນການອົບຮົມປະຈໍາປີ 2025 ຂອງຄະນະພັກ-ຄະນະບັນຊາກອງພັນໃຫຍ່302, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຊໍານິຊໍານານກຳໄດ້ບັນດາ ທິດສະດີຫຼັກການ ທາງດ້ານສິນລະປະຍຸດ-ຍຸດທະວິທີ ແລະ ທັງເປັນການຝຶກ ໃຫ້ພະນັກງານ-ນັກຮົບຮູ້ໄດ້ ເຖິງສະມັດຖະພາບ ການນຳໃຊ້ປືນ ແລະ ການບັນຊາແຕ່ລະຂັ້ນຕອນ ຂອງວິຊາສະເພາະຂອງຕົນ. ທັງນີ້ກໍ່ເພື່ອເປັນການປັບປຸງ ກໍ່ສ້າງກໍາລັງໃນຖັນແຖວກອງທັບ ກໍ່ຄືເຫຼົ່າຮົບວິຊາສະເພາະປືນໃຫຍ່ໜ້າດິນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີແບບແຜນໃນການສູ້ຮົບ ທີ່ທັນສະໄໝ, ກຽມພ້ອມເຮັດ ສຳເລັດໜ້າທີ່ໆການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ ໃນ ການອົບຮົມ-ຫັດແອບຍິງລູກປືນແທ້ຄັ້ງນີ້ ແມ່ນນໍາໃຊ້ປືນ ຄົກ 120 ມມ, ໄລຍະຍິງ 450 – 5.500 ແມັດ.
ຜ່ານການຫັດແອບປະຕິບັດຕົວຈິງຍິງລູກປືນແທ້ເຫັນໄດ້ວ່າ ມີຜົນສໍາເລັດສາມາດບັນລຸໄດ້ຕາມແຜນການ ແລະ ຄາດໝາຍທີ່ວາງໄວ້, ຮັບປະກັນຄວາມປອດໄພ100%.
ທີ່ມາ: ໜັງສືພິມແຂວງບໍ່ແກ້ວ


