ເທທອງຫຼໍ່ພຣະພຸດທະຮູບ 9 ອົງໄປ ປະດິດສະຖານຢູ່ 7 ເມືອງ ຂອງແຂວງຜົ້ງສາລີ

ເທທອງຫຼໍ່ພຣະພຸດທະຮູບ 9 ອົງໄປ ປະດິດສະຖານຢູ່ 7 ເມືອງ ຂອງແຂວງຜົ້ງສາລີ

ພິທີເທທອງຫຼໍ່ພຣະພຸດທະຮູບ 9 ອົງເພື່ອໄປຖວາຍໃຫ້ອົງການພຸດທະສາດສະໜາ ແລະ ປະດິດສະຖານ ຢູ່ພາຍໃນ 7 ຕົວເມືອງ ຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ທີ່ວັດປ່ານາຄູນນ້ອຍເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີ ພຣະອາຈານ ຄໍາມາ ປັນຍາວິຈິດ ຮອງປະທານ ສູນກາງ ອພສ, ເຈົ້າສັດທາ ແລະ ອອກຕົນຍາດໂຍມເຂົ້າຮ່ວມ.

ພຣະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຄະນະບໍລິຫານງານປະຈຳການ ຫົວໜ້າກຳມາທິການ ເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ເຈົ້າອະທິການວັດປ່ານາຄູນນ້ອຍໄດ້ໃຫ້ລາຍລະອຽດວ່າ: ພຣະພຸດທະຮູບມີໜ້າຕັກກວ້າງ 54 ຊັງຕີແມັດ, ສູງ 120 ຊັງຕີແມັດ, ໃນຕອນເຊົ້າຂອງວັນທີ 21 ທັນວາ 2025 ໄດ້ມີພິທີຖວາຍສັງຄະທານ ແລະ ໃສ່ບາດພຣະສົງຈຳນວນ 80 ອົງ ແລະ ໃນຕອນຄໍ່າຂອງວັນດຽວກັນເລີ່ມແຕ່ເວລາ 18:00 ໂມງເປັນຕົ້ນ ໄປໄດ້ມີພິທີໄຫວ້ພຣະສະມາທານສິນ 8 ແລະ ສູດປະຣິດຕະມຸງຄຸນ; ພິທີສູດສົມໂພດພຣະພຸດທະຮູບ 9 ອົງ ຊຶ່ງຈະດຳເນີນໄປຕະຫຼອດຄືນ ເພື່ອເປັນສິລິມຸງຄຸນກ່ອນຈະອັນເຊີນໄປປະດິດສະຖານ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວຄົບຮອບ 50 ປິ ແລະ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ.

ງານບຸນຕະຫຼອດ 6 ວັນທີ່ຜ່ານມາ (16-21 ທັນວາ 2025) ຖືວ່າປະສົບຜົນສຳເລັດຢ່າງຈົບງາມ, ທັງກິດຈະກຳຫຼໍ່ພະພຸດທະຮູບ 9 ອົງ ແມ່ນເຕັມໄປດ້ວຍແຮງສັດທາຂອງອອກຕົນຍາດໂຍມ ເພື່ອເປັນການສືບທອດຮີດຄອງປະເພນີອັນດີງາມ ແລະ ການໃສ່ບາດທີ່ມີມາຢ່າງຍາວນານເທົ່ານັ້ນ, ແຕ່ຍັງເປັນການຝຶກຝົນຈິດໃຈໃຫ້ມີຄວາມສະຫງົບ, ສ້າງຄວາມສາມັກຄີໃນຊຸມຊົນ.​

ທີ່ມາແຫຼ່ງຂໍ້ມູນຂ່າວ-ພາບ: ບຸນຕອມ

Related Articles

Leave a Reply