ອົງການປົກຄອງ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານແຫ່ຜ້າປ່າມະຫາສາມັກຄີ ເມື່ອມໍ່ໆມານີ້ ເພື່ອລະດົມທຶນສົມທົບເຂົ້າໃນການບູລະນະ ແລະ ປະຕິສັງຂອນ ວັດວາອາຣາມທີ່ເກົ່າແກ່-ຊຸດໂຊມ ແລະ ພັດທະນາວຽກງານພຸດທະສາສະໜາ ຢູ່ພາຍໃນແຂວງ, ທັງເປັນການໂຄສະນາ ດຶງດູດເອົານັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວຫຼວງພະບາງ.
ທ່ານ ສຳນານ ສົນທະນີ ກຳມະການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກ ນະຄອນ ຫຼວງພະບາງ ໄດ້ກ່າວເປີດງານວ່າ: ການຈັດກອງບຸນຜ້າປ່າມະຫາສາມັກຄີໃນຄັ້ງນີ້, ເປັນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ທາງພຸດທະສາສະໜາ, ຮັກສາໄດ້ຂະນົບທຳນຽມ, ຮີດຄອງປະເພນີອັນດີງາມ ຊຶ່ງເປັນມູນມໍລະດົກວັດທະນະທຳອັນລໍ້າຄ່າ ທາງດ້ານຈິດໃຈຂອງປວງຊົນລາວທັງຊາດ, ໃຫ້ຍືນຍົງຄົງຄຸນຄ່າ ຢູ່ກັບຄົນລາວ ແລະ ຊາດລາວຕະຫຼອດໄປ, ອີກດ້ານໜຶ່ງ ກໍເພື່ອປຸກລະດົມທຶນຈາກທຸກພາກສ່ວນຂອງສັງຄົມ ປະກອບສ່ວນເຂົ້າໃນການບູລະນະ ປະຕິສັງຂອນ, ສ້ອມແປງ ວັດວາ-ອາຣາມ ທີ່ເປັນມິ່ງບ້ານ-ຂວັນເມືອງ, ເປັນມໍລະດົກອັນລໍ້າຄ່າ ທີ່ມີຊື່ສຽງ ຂອງຊາວນະຄອນ ຫຼວງພະບາງ ແລະ ເປັນການລະດົມທຶນສົມທົບ ການສ້າງຫໍພະທຳມັດສະພາ ຫຼື ຫໍປະຊຸມສົງ ແລະ ສະຖານທີ່ປະຕິບັດວຽກງານຂອງຄະນະສົງແຂວງ ທີ່ກຳລັງກໍ່ສ້າງ.
ຂ່າວ-ພາບ: ອາພຸດເດດ ບຸບຜາ

