ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າມື້ນີ້ ທີ່ນະຄອນຫຼວງວຽງຈັນ ເຊິ່ງເປັນສູນລວມທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຂອງ ປະເທດ.
ພິທີໄຂຢ່າງເປັນທາງການ ໄດ້ເລີ່ມຕົ້ນເວລາ 8:00 ໂມງ ເລີ່ມຈາກການເຄົາລົບທຸງຊາດ ບັນເລງເພງຊາດ ໂດຍ ກອງດຸລິຢາງ ແລະ ຕໍ່ດ້ວຍ ເຍົາວະຊົນທັນວາຂື້ນມອບຊໍ່ດອກໄມ້ໃຫ້ຄະນະ ປະທານ.
ສປປ ລາວ ເປັນປະເທດ ທີ່ມີຄວາມສະຫງົບທາງດ້ານການເມຶອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕັ້ງໜ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ ນັບດີຂື້ນ ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເປັນເຫດການສຳຄັນ ທາງການເມືອງ ຂອງ ສປປ ລາວ ເຊິ່ງຈະໄດ້ຄົ້ນຄວ້າ, ປຶກສາຫຼາຍບັນຫາ ແລະ ວາງທິດທາງການນຳພາ ຂອງພັກ ໃນໄລຍະ 5 ປີໃນຕໍ່ໜ້າ.
ເຂົ້າຮ່ວມກອງປະຊຸມໃຫຍ່ໃນຄັ້ງນີ້ ມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ແລະ ບັນດາຜູ້ແທນ ເຂົ້າຮ່ວມທັງໝົດ ຈຳນວນ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນ ຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 421,865 ສະຫາຍ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ກ່າວສູນທອນພົດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງເປັນທາງການ. ໃນບົດສູນທອນພົດຂອງສະຫາຍໄດ້ຍົກໃຫ້ເຫັນ ບົດບາດການນຳພາ-ຊີ້ນຳ ຂອງພັກ ໃນທຸກຂົງເຂດວຽກງານ ແລະ ການດຳລົງຊີວິດຂອງປະຊົນບັນດາເຜົ່າ ໄດ້ຮັບປັງປຸງດີຂື້ນ.
ພາຍຫຼັງສິ້ນສຸດການກ່າວສູນທອນພົດ, ສະຫາຍ ເລຂາທິການໃຫຍ່ ກໍ່ສືບຕໍ່ລາຍງານໂຄງການເມືອງ ສະບັບທີ 3 ວ່າດ້ວຍບູລະນະລະບອບການເມືອງ ເພື່ອກ້າວຂື້ນສັງສົມນີຍົມ ແລະ ລາຍງານໂດຍຫຍໍ້ຮ່າງລາຍງານການເມືອງ.
ກອງປະຊຸມຈະໄດ້ ຄົ້ນຄວ້າ ແລະ ຮັບຮອງ04 ເອກະສານສຳຄັນ ຄືດັ່ງນີ້: 1) ລົງມະຕິຮັບຮອງເອົາ ຮ່າງໂຄງການການ ເມືອງຂອງພັກ. 2) ລົງມະຕິຮັບຮອງເອົາ ຮ່າງລາຍງານການ ເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI. 3) ລົງມະຕິຮັບຮອງເອົາ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ X ແລະ 4) ລົງມະຕິຮັບຮອງເອົາ ຮ່າງກົດລະບຽບຂອງ ພັກ ສະບັບປັບປຸງ.
ນອກຈາກນັ້ນ ກອງປະຊຸມຈະໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XII.
ກອງປະຊຸມໃຫຍ່ຈະໄດ້ອັດລົງໃນວັນທີ 8 ມັງກອນ 2026.

