ເທດສະການດອກງິ້ວບານແມ່ນເທດສະການປະເພນີຂອງແຂວງບໍ່ແກ້ວຊຶ່ງໄດ້ຈັດຂຶ້ນທຸກໆປີ, ສະເພາະປີ 2026 ແມ່ນຄັ້ງທີ 23 ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ແລະ 31 ມັງກອນ 2026 ແຕ່ງານ “ຕະຫຼາດນັດວັດທະນະທຳ” ຈະເລີ່ມຂຶ້ນແຕ່ວັນທີ 17 ມັງກອນ 2026 ທີ່ດອນຊາວ ໂດຍຈະມີການວາງສະແດງສິນຄ້າຜະລິດຕະພັນທ້ອງຖິ່ນ.
ໃນວັນທີ 30 ແລະ 31 ມັງກອນ ແມ່ນຈະໄດ້ມີການສະເຫຼີມສະຫຼອງງານເທດສະການດອກງິ້ວບານ ໂດຍຈະມີ ການປະກວດ “ນາງສາວດອກງິ້ວບານ” ທີ່ເວທີສະແດງ ດອນຊາວ ເຊິ່ງເປັນກິດຈະກຳຫຼັກສະແດງໃຫ້ເຫັນເຖິງມົນສະເໜ່ຂອງສະຖານທີ່ທ່ອງທ່ຽວທີ່ທັນສະໄໝ, ຄວາມງົດງາມທີ່ເປັນເອກະລັກສະເພາະ ຄວບຄູ່ຄວາມທັນສະໄໝຂອງແມ່ຍິງລາວ. ນອກນັ້ນ, ໃນໂຮງແຮມດາວງິ້ວຄຳ ຍັງໄດ້ຈັດວາງສະແດງສິລະປະສາກົນສາມຫຼ່ຽມຄຳ ສັນຕິພາບ ທີ່ເປັນການບັນທຶກການປ່ຽນແປງທາງປະຫວັດສາດຜ່ານ ສິລະປະ, ເຜີຍແຜ່ວິໄສທັດຂອງການພັດທະນາ ແລະ ສັນຕິພາບ ບໍ່ທຽງແຕ່ເທົ່ານັ້ນ, ຍັງມີການສະແດງສິລະປະ-ວັດທະນະທຳລາວ ແລະ ງານຄອນເສີດ “ລາວ-ຈີນ ຄວາມຮັກແພງສະໜິດສະໜົມແບບຄອບຄົວ”ກໍຈະໄດ້ຈັດຂຶ້ນຢ່າງຄົບຖ້ວນ.ທີ່ມາ: ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ

