ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນກອງປະຊຸມໄດ້ລົງເຄື່ອນໄຫວຢ້ຽມຢາມ ເຂດພັດທະນາກວມລວມໄຊເສດຖາ ແລະ ເຂດເສດຖະກິດພິເສດ ບຶງທາດຫຼວງ.
ການລົງຢ້ຽມຢາມໃນຄັ້ງນີ້ ບໍ່ພຽງແຕ່ເປັນການຕິດຕາມຄວາມຄືບໜ້າຂອງໂຄງການເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ຢ່າງໃກ້ຊິດ ແລະ ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງສູນກາງພັກ ແລະ ລັດຖະບານ ໃນການຊຸກຍູ້ການພັດທະນາຂະແໜງອຸດສາຫະກຳ ແລະ ເສດຖະກິດ ໃຫ້ກາຍເປັນທ່າແຮງທີ່ແຂງແກ່ນຂອງນະຄອນຫຼວງວຽງຈັນ ກໍຄືຂອງຊາດ.
ທີ່ເຂດພັດທະນາກວມລວມໄຊເສດຖາ ຄະນະຜູ້ແທນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ພູວົງ ວົງຄໍາຊາວ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ. ໃນໂອກາດນີ້, ທ່ານຮອງເຈົ້າຄອງໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການຈັດຕັ້ງປະຕິບັດ, ຜົນສຳເລັດໃນການດຶງດູດການລົງທຶນ ແລະ ແຜນພັດທະນາໃນຕໍ່ໜ້າ ທີ່ມຸ່ງເນັ້ນການສ້າງໃຫ້ເປັນເຂດອຸດສາຫະກຳທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ.
ຄະນະຜູ້ແທນໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ແລະ ຮັບການຕ້ອນຮັບໂດຍ ທ່ານ ນາງ ລຳພອຍ ສີອັກຄະຈັນ, ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານເຂດ. ທາງຄະນະຜູ້ແທນໄດ້ຮັບຟັງການບັນຍາຍກ່ຽວກັບຍຸດທະສາດການພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນສູນກາງການຄ້າ, ການບໍລິການ ແລະ ທີ່ພັກອາໄສລະດັບສາກົນ ເພື່ອຍົກລະດັບໃບໜ້າໃໝ່ໃຫ້ແກ່ຕົວເມືອງນະຄອນຫຼວງວຽງຈັນ.

