ຈະເລີ່ມປັບໃໝຄ່າທໍານຽມທາງນັບແຕ່ເດືອນເມສາເປັນຕົ້ນໄປ

ຈະເລີ່ມປັບໃໝຄ່າທໍານຽມທາງນັບແຕ່ເດືອນເມສາເປັນຕົ້ນໄປ

ການຊໍາລະຄ່າທໍານຽມທາງ ປະຈຳປີ 2026 ໄດ້ເລີ່ມຊຳລະແລ້ວນັບຕັ້ງແຕ່ວັນທີ 1 ມັງກອນ ຫາ 31 ມີນາ 2026 ຊຶ່ງໃນໄລຍະ 3 ເດືອນນີ້ ຈະບໍ່ມີຄ່າປັບໃໝໃດໆ, ເຈົ້າໜ້າທີ່ຈະເລີ່ມປັບໃໝຄ່າທໍານຽມທາງນັບແຕ່ເດືອນເມສາ 2026 ເປັນຕົ້ນໄປ, ການຊໍາລະຄ່າທຳນຽມທາງປະຈໍາປີ ມີ 2 ຮູບແບບຄື:ຊໍາລະຜ່ານແອັບພິເຄຊັນຂອງບັນດາທະນາຄານ ຫຼື ເຂົ້າໄປຊໍາລະຢູ່ຫ້ອງການສ່ວຍສາອາກອນ.

ສຳລັບສະຕິກເກີແມ່ນສາມາດນໍາໃຊ້ໄດ້ທັງ 2 ຮູບແບບຄື: ແບບແຜ່ນເຈ້ຍ (Sticker) ແລະ ແບບເອເລັກໂຕຣນິກ (E-Sticker).

ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 31 ທັນວາ 2025 ໃນຂອບເຂດທົ່ວປະເທດມີພາຫະນະ (ລົດ) ມາຊໍາລະຄ່າທໍານຽມທາງຜ່ານລະບົບ TaxRIS ຈໍານວນ 494,316 ຄັນ. ໝົດປີ 2025 ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 119 ຕື້ກີບ, ທຽບໄລຍະດຽວກັນ ຂອງປີ 2024 ເພີ່ມຂຶ້ນ 12% ຄິດເປັນເງິນປະມານ 13 ຕື້ກວ່າກີບ.

ທີ່ມາ: ກະຊວງການເງິນ

Related Articles

Leave a Reply