ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ ຈໍາກັດຜູ້ດຽວສະໜັບສະໜູນ ການແຂ່ງຂັນກິລາບານເຕະ ຊີງຂັນ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະຫວ່າງປີ 2025 – 2027

ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ ຈໍາກັດຜູ້ດຽວສະໜັບສະໜູນ ການແຂ່ງຂັນກິລາບານເຕະ ຊີງຂັນ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະຫວ່າງປີ 2025 – 2027

ທະນາຄານ ເອັສທີ (ST Bank) ແລະ ບໍລິສັດ ເອັສທີ ກຣຸບ (ST Group) ຈໍາກັດຜູ້ດຽວ ໃຫ້ການອຸປະຖໍາ ສຕລ ເປັນມູນຄ່າ 2,000,000,000 ກີບ ເພື່ອໃຊ້ເຂົ້າໃນການຈັດການແຂ່ງຂັນກິລາບານເຕະຊີຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນໄລຍະເວລາ 2 ລະດູການ ກໍຄື ລະຫວ່າງປີ 2025 ຫາ 2027.

ໃນວັນທີ 13 ມັງກອນ 2026 ຜ່ານມານີ້, ຢູ່ທີ່ ສໍານັກງານໃຫຍ່ ທະນາຄານ ເອັສທີ ໄດ້ຈັດພິທີເຊັນສັນຍາ ໃຫ້ການສະໜັບສະໜູນການແຂ່ງຂັນກິລາບານເຕະຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ ຈຳກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ໄຊຍາ ໄຊສຸລິວົງ ຮອງປະທານ ສະພາບໍລິຫານ ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ ຈໍາກັດ, ທ່ານ ເອກະລາດ ລັດຕະນະຈານ ຮັກສາການ ຜູ້ອຳນວຍການ ທະນາຄານ ເອັສທີ, ທ່ານ ພຸດທະກອນ ຈັນໂທ ຮອງຜູ້ອໍານວຍການ ທະນາຄານ ເອັສທີ, ທ່ານ ອານຸກອນ ສຸທຳມະວົງ ຮອງຜູ້ອໍານວຍການ ທະນາຄານ ເອັສທີ, ທ່ານ ສັນຍາໄຊ ຣາຊຈັກ ຫົວໜ້າ ພະແນກຫ້ອງການ ບໍລິສັດ ເອັສທີ ກຣຸບ ຈຳກັດຜູ້ດຽວ. ສ່ວນຝ່າຍ ສຕລ ປະກອບມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ ແລະ ທ່ານ ຈັນທະວົງ ສີລິມະໂນທຳ ຮອງເລຂາທິການ ສຕລ ພ້ອມດ້ວຍບັນດາພະນັກງານຈາກທັງສອງ ພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ວີເພັດ ສີຫາຈັກຣ, ປະທານ ສຕລ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງທັງສອງຄະນະບໍລິ ຫານຂອງ ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ ຈຳກັດຜູ້ດຽວ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ສຕລ ໂດຍການໃຫ້ທຶນສະໜັບສະໜູນເພື່ອມາໝູນໃຊ້ປິ່ນອ້ອມໃນການຈັດການແຂ່ງຂັນກິລາບານເຕະ ຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນໄລຍະເວລາ 2 ລະດູການ ລະຫວ່າງ ປີ 2025 – 2027. ຖືວ່າເປັນການໃຫ້ການສະໜັບສະໜູນຄັ້ງທີ່ 2 ເພາະທາງ ທະນາຄານ ເອັສທີ ເຄີຍໃຫ້ການສະໜັບ ສະໜູນ ສຕລ ໃນການເປັນເຈົ້າພາບຈັດການແຂ່ງຂັນ ບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ (ຮອບຄັດເລືອກ) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນປີ 2022. ການສະໜັບສະໜູນຂອງທ່ານ ໃນຄັ້ງນີ້ ກໍໄດ້ສະທ້ອນໃຫ້ເຫັນເຖິງວິໄສທັດທີ່ກວ້າງໄກຂອງຄະນະບໍລິຫານ ເພາະການປະກອບສ່ວນຂອງ ພວກທ່ານ, ບໍ່ພຽງແຕ່ຊ່ວຍສົ່ງເສີມພັດທະນາວົງການກິລາບານເຕະລາວ ແຕ່ຍັງໄດ້ກວມລວມໄປ ເຖິງການພັດທະນາວຽກງານສັງຄົມ ສົ່ງເສີມໃຫ້ເຍົາວະຊົນລາວມາສົນໃຈໃນການຫຼິ້ນກິລາເພື່ອຫ່າງໄກ ຈາກຢາເສບຕິດ.

ທ່ານ ເອກະລາດ ລັດຕະນະຈານ ກໍ່ໄດ້ປະກອບຄຳເຫັນໂດຍ ໄດ້ກ່າວວ່າ: “ການສະໜັບສະໜູນຄັ້ງນີ້ ເປັນການສົ່ງເສີມໃຫ້ກິລາບານເຕະລາວ ມີສັກກະຍະພາບ ພັດທະນານັກກິລາພາຍໃນ ໃຫ້ສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ລະດັບຊາດຢ່າງມີຜົນສຳເລັດ ແລະ ພວກເຮົາໃນນາມຜູ້ໃຫ້ການສະໜັບສະໜູນ ກໍຍິນດີທີ່ຈະໃຫ້ການສົ່ງເສີມທັງສະຫະ ພັນ ແລະ ນັກກິລາ ໃຫ້ມີຂວັນກຳລັງໃຈອັນເຂັ້ມແຂງ ແລະ ມີການພັດທະນາທີ່ດີຍິ່ງຂຶ້ນຕະຫຼອດໄປ ກຸ່ມບໍລິສັດ ST ແລະ ST Bank ພວກເຮົາພ້ອມທີ່ຈະສະນັບສະໜູນ ແລະ ຢືນຄຽງຂ້າງການພັດທະນາກິລາລາວ ລວມທັງພັດທະນາໃນທຸກໆດ້ານເພື່ອຄຽງຂ້າງ, ມອບການບໍລິການ ແລະ ຜະລິດຕະພັນທີ່ທັນສະໃໝ, ປອດໄພ, ໝັ້ນຄົງ ໃຫ້ພໍ່ແມ່ພີ່ນ້ອງປະຊາຊົນ.” ການເຊັນສັນຍາໃຫ້ການອຸປະຖໍາຢ່າງເປັນທາງການຄັ້ງນີ້ ແມ່ນ ທະນາຄານ ເອັສທີ (ST Bank) ແລະ ບໍລິສັດ ເອັສທີ ກຣຸບ (ST Group) ຈໍາກັດຜູ້ດຽວ ໃຫ້ການອຸປະຖໍາ ສຕລ ເປັນມູນຄ່າ 2,000,000,000ກີບ ເພື່ອໃຊ້ເຂົ້າໃນການຈັດການແຂ່ງຂັນກິລາ ບານເຕະຊີຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນໄລຍະເວລາ 2 ລະດູການ ກໍ່ຄື ລະຫວ່າງປີ 2025 ຫາ 2027.

ໃນວາລະໂອກາດນີ້, ທ່ານ ວີເພັດ ໄດ້ແຈ້ງໃຫ້ສື່ມວນຊົນ ຮັບຊາບຢ່າງເປັນທາງການວ່າ: “ສືບເນື່ອງຈາກການເຂົ້າມາສະໜັບສະໜູນການແຂ່ງຂັນຂອງ ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ, ເຮັດໃຫ້ທາງ ສຕລ ປັບເພີ່ມເງິນລາງວັນຊະນະເລີດ ຈາກຈໍານວນ 200,000,000 ກີບ ໃນລະດູການ 2024/25 ມາເປັນ 300,000,000 ກີບ ໃນລະດູການນີ້, ສ່ວນຮອງຊະນະເລີດ ຈາກ 50,000,000 ກີບ ມາເປັນ 100,000,000 ກີບ.”

ການແຂ່ງຂັນກິລາບານເຕະຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2025/26 ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 22 ທັນວາ 2025 ຫາ 17 ມັງກອນ ປີ 2026. ເຊິ່ງໃນປີນີ້ ປະກອບມີ 19 ສະໂມສອນເຂົ້າຮ່ວມການແຂ່ງຂັນ, ໂດຍປະກອບມີ 9 ສະໂມສອນຈາກ ລາວລີກ 1 ແລະ 10 ສະໂມສອນຈາກ ລີກ 2.

ປັດຈຸບັນ, ການແຂ່ງຂັນກໍ່ໄດ້ມາຮອດໂຄ້ງສຸດທ້າຍ ເຊິ່ງນັດຊີງຊະນະເລີດ ຈະໄດ້ຈັດຂຶ້ນທີ່ ນະຄອນ ຫຼວງພະບາງ ວັນທີ 17 ມັງກອນ 2026 ເວລາ 14:00 ໂມງ ທີ່ສະຫນາມກິລາແຂວງ, ໂດຍການພົບກັນລະຫວ່າງ ສະໂມສອນບານເຕະກອງທັບ ພົບກັບ ສະໂມສອນ ເອສະຣາ (ແຊ້ມເກົ່າປີກາຍ) ແອັດມິນຂໍເຊີນຊວນແຟນບານຊາວຫຼວງພະບາງອອກມາຊົມມາເຊຍນັກກິລາທັງສອງທີມ ແລ້ວມາລຸ້ນວ່າໃຜຈະໄດ້ແຊ້ມຂັນນາຍົກໃນປີນີ້ໄປພ້ອມໆກັນ.

ຂ່າວ-ພາບຈາກ: ສຕລ

Related Articles

Leave a Reply