ໂຮງຮຽນມັດທະຍົມ 4 ແຂວງເປົ້າໝາຍ ລວມມີ ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ ແລະ ແຂວງ ສາລະວັນຈະຖືກຍົກລະດັບຄຸນນະພາບການສຶກສາ ພາຍໃຕ້ໂຄງການໄລຍະ IV ຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບກອງທຶນການສຶກສາເພື່ອພັດທະນາ (EDF Lao).
ໂຄງການໄລຍະ IV ນີ້, ມີງົບປະມານ 1.3 ລ້ານໂດລາ ໂດຍມີຈຸດປະສົງ ເພື່ອສະໜັບສະໜູນດ້ານວິຊາການ ແລະ ຍົກລະດັບຄຸນນະພາບການຮຽນ-ການສອນໃນລະບົບສາມັນສຶກສາ ສົ່ງເສີມການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກໃນແຂວງເປົ້າໝາຍ.
ພິທີລົງນາມການຮ່ວມມືດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ລະຫວ່າງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ສສກ ແລະ ທ່ານ ຄໍາຮຽນ ອິນທະຫວາ ປະທານ EDF Lao.
ແຫຼ່ງຂໍ້ມູນຂ່າວ: ບົວລະພາ

