ລາວ-ໄທ-ມາເລເຊຍ-ສິງກະໂປ ຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP ໂດຍມີພິທີເຊັນສັນຍາ ເມື່ອມໍ່ໆມານີ້ ທີ່ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ຢູ່ ນະຄອນຫຼວງບາງກອກ ປະເທດໄທ ລວມມີ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ.
ຈຸດປະສົງເພື່ອເຊື່ອມລະບົບໄຟຟ້າ 100 ເມກາວັດ (MW) ຈາກ ສປປ ລາວ ໄປຫາ ປະເທດສິງກະໂປ, ໂດຍຜ່ານສາຍສົ່ງທີ່ມີຢູ່ຂອງປະເທດໄທ ແລະ ປະເທດມາເລເຊຍ ໄລຍະທີ 2 ມີອາຍຸສັນຍາ 2 ປີ ຈະເປັນການຮ່ວມມືດ້ານພະລັງງານໄຟຟ້າຂອງບັນດາປະເທດອາຊຽນ ບົນພື້ນຖານວິໄສທັດການເຊື່ອມໂຍງຕາຂ່າຍໄຟຟ້າອາຊຽນ (ASEAN Power Grid ຫຼື APG) ໂດຍການລົງນາມຂອງ ທ່ານ ສຸກສະຫວາດ ໂສສຸພັນ ຮອງຜູ້ນຳອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ນະຣິນ ເຜົ່າວະນິດ ຜູ້ວ່າການ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ ທ່ານ ຮາສມາຣີຊາ ຮາຊານ(Hasmarizal Hassan) ຫົວໜ້າເຈົ້າໜ້າທີ່ລະບົບສາຍສົ່ງ (Chief Grid Officer) ມາເລເຊຍ.
ທີ່ມາຂ່າວ: ໄຟຟ້າລາວ

