ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ວັນທີ 19 ມັງກອນ ທີ່ຜ່ານມານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ກຳມະການຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຜົນສໍາເລັດການດໍາເນີນກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ວ່າ: ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ເປີດຂຶ້ນໃນວັນທີ 17 ມັງກອນ ຜ່ານມາ ຊຶ່ງໄດ້ຄົ້ນຄວ້າພິຈາລະນາ ໜັງສືສະເໜີຂອງປະທານປະເທດ ສະບັບເລກທີ 002/ປປທ ລົງວັນທີ 16 ມັງກອນ 2026 ກ່ຽວກັບການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່; ຄົ້ນຄວ້າພິຈາລະນາ ຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 168/ນຍ ລົງວັນທີ 16 ມັງກອນ 2026 ກ່ຽວກັບ ການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ແລະ ຄໍາສະເໜີ ສະບັບເລກທີ 169/ນຍ ລົງວັນທີ 16 ມັງກອນ 2026 ກ່ຽວກັບການຮັບຮອງເອົາຄໍາສະເໜີພັກການ – ຮັບອຸດໜູນບຳນານ ຂອງສະມາຊິກລັດຖະບານ. ຜ່ານການຄົ້ນຄວ້າພິຈາລະນາຂອງກອງປະຊຸມ ເຫັນດີເປັນເອກະພາບຕົກລົງຮັບຮອງເອົາຄືດັ່ງນີ້: ຮັບຮອງເອົາ ການສະເໜີຂອງປະທານປະເທດ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ມີດັ່ງນີ້:

(1) ຮັບຮອງເອົາການຍົກຍ້າຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຄໍາມ່ວນ;

(2) ຮັບຮອງເອົາການແຕ່ງຕັ້ງ ພົນຈັດຕະວາ ນາງ ລິວົງ ລາວລີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ.

ຮັບຮອງເອົາການສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ມີດັ່ງນີ້:

(1) ຍົກຍ້າຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ.

(2) ຍົກຍ້າຍ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄປຮັບໜ້າທີ່ໃໝ່.

(3) ຍົກຍ້າຍ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ;

(4) ແຕ່ງຕັ້ງ ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເຈົ້າແຂວງຄຳມ່ວນ ໄປຮັບໜ້າທີ່ໃໝ່ ເປັນປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ.

(5) ແຕ່ງຕັ້ງ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ຮັບຮອງເອົາການສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພັກການຮັບອຸດໜູນບຳນານຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ.

ທີ່ມາ: ປະຊາຊົນ

Related Articles

Leave a Reply