ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນມື້ວານນີ້ ກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ໂດຍມີຜູ້ສະໝັກທັງໝົດ 243 ທ່ານ (ຍິງ 66 ທ່ານ), ເລືອກເອົາ 175 ທ່ານ. ໃນນັ້ນ, ຜູ້ສະໝັກຈາກສູນກາງ 67 ທ່ານ, ຍິງ 18 ທ່ານ; ຜູ້ສະໝັກຈາກທ້ອງຖິ່ນ 176 ທ່ານ, ຍິງ 48 ທ່ານ; ສສຊ ຊຸດທີ IX ສືບຕໍ່ສະໝັກ 37 ທ່ານ, ຍິງ 15 ທ່ານ; ຜູ້ສະໝັກຈາກລັດວິສາຫະກິດ 1 ທ່ານ ແລະ ຜູ້ສະໝັກຈາກທຸລະກິດພາກເອກະຊົນ 9 ທ່ານ, ຍິງ 2 ທ່ານ.
ອີງຕາມມາດຕາ 11 ຂອງກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024 ແລະ ລັດຖະດຳລັດ ຂອງປະທານປະເທດ ສະບັບເລກທີ 338/ປປທ, ລົງວັນທີ 30 ທັນວາ 2025 ວ່າດ້ວຍການປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍຜ່ານການຄົ້ນຄວ້າພິຈາລະນາ ຕົກລົງເຫັນດີຂອງກອງປະຊຸມຄະນະກຳມະການເລືອກຕັ້ງລະດັບຊາດ ໃນວັນທີ 23 ມັງກອນ 2026, ຄະນະກໍາມະການເລືອກຕັ້ງລະດັບຊາດ ປະກາດແຈ້ງລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາ ຊິກ ສະພາແຫ່ງຊາດ ຊຸດທີ X ຢູ່ ເຂດເລືອກຕັ້ງຕ່າງໆ ໃນຂອບເຂດທົ່ວປະເທດ, ຊຶ່ງປະກອບມີລາຍລະອຽດດັ່ງນີ້:
ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຈໍານວນຜູ້ສະໝັກ 25 ທ່ານ, ເລືອກເອົາ 19 ທ່ານ; ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີຈໍານວນຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ມີຜູ້ສະໝັກ 11 ທ່ານ, ເລືອກເອົາ 8 ທ່ານ; ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີຜູ້ສະໝັກ 14 ທ່ານ, ເລືອກເອົາ 10 ທ່ານ; ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຜູ້ສະໝັກ 13 ທ່ານ, ເລືອກເອົາ 9 ທ່ານ; ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຜູ້ສະໝັກ 14 ທ່ານ, ເລືອກເອົາ 10 ທ່ານ; ເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ມີຜູ້ສະໝັກ 14 ທ່ານ, ເລືອກເອົາ 10 ທ່ານ; ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຜູ້ສະໝັກ 28 ທ່ານ, ເລືອກເອົາ 21 ທ່ານ; ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຜູ້ສະໝັກ 14 ທ່ານ, ເລືອກເອົາ 10 ທ່ານ; ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ມີຜູ້ສະໝັກ 20 ທ່ານ, ເລືອກເອົາ 15 ທ່ານ; ເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ; ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ລົງສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ.
ທີ່ມາຂ່າວ: ຂປລ

