ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາຂັ້ນແຂວງ ຈະເລີ່ມຂຶ້ນ ໃນວັນທິດ ທີ 22 ກຸມພາ ເຊິ່ງເປັນເຫດການ ການເມືອງໜຶ່ງ ທີ່ສຳຄັນຂອງຊາດ.
ບັນດາຜູ້ສະໝັກຮັບເລືອກຕັ້ງ ຢູ່ເຂດເລືອກຕັ້ງ ໃນຂອບເຂດທົ່ວປະເທດ ກຳລັງຂຸ້ນຂ້ຽວລົງຫາສຽງ ພົບປະຊາຊົນ ຢ່າງເປັນຂະບວນ. ນອກຈາກນັ້ນ ບັນດາຄະນະກຳມະການ ຮັບຜິດຊອບ ການເລືອກຕັ້ງ ທຸກໆຂັ້ນ ນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດ ຄະນະບ້ານຕ່າງໆ ທີຮັບຜິດຊອບການເລືອກຕັ້ງ ກໍໄດ້ກະກຽມຄວາມພ້ອມທຸກດ້ານ ເພື່ອເຮັດໃຫ້ການເລືອກຕັ້ງ ດຳເນີນໄປດ້ວຍຜົນສຳເລັດ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຮັບຜິດຊອບເລືອກຕັ້ງຂັ້ນບ້ານ ໄດ້ເປີດໂທລະໂຄ່ງ ເພື່ອເຜີຍແຜ່ການກະກຽມຄວາມພ້ອມ, ປຸກລະດົມ ປະຊາຊົນ ຜູ້ມີສິດເລືອກຕັ້ງ ນັບແຕ່ອາຍຸ 18 ປີຂື້ນໄປ ຢູ່ພາຍໃນບ້ານຂອງຕົນ ໃຫ້ໄປໃຊ້ສິດ ເພື່ອເລືອກເອົາຕົວແທນຂອງຕົນເອງໄປເຮັດໜ້າທີຢູ່ສະພາແຫ່ງຊາດ ແລະ ສະພາຂັ້ນແຂວງ. ນອກຈາກນັ້ນ ຄະນະບ້ານ ຍັງໄດ້ແນະນຳ ປະຊາຊົນໄດ້ຮັບຊາບ ຂໍ້ມູນລ່ວງໜ້າ ກ່ຽວກັບວິທີລົງຄະແນນ ເພື່ອໃຫ້ຖືກຕ້ອງ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນໜ່ວຍປ່ອນບັດ ຢູ່ພາຍໃນບ້ານຂອງຕົນ.
ຂຽນໂດຍ: ມະນີຈັນ
ພາບ: ຂ່າວ ”ຜູ້ແທນປະຊາຊົນ”

