ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ໄປປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ເລືອກເອົາສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນຕອນເຊົ້າຂອງວັນອາທິດ ທີ 22 ກູມພາ 2026 ນີ້ ຢູ່ເຂດເລືອກຕັ້ງໜ່ວຍທີ 27 ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ພັນລະຍາ ກໍໄດ້ໄປປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ເລືອກເອົາສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນຕອນເຊົ້າເຊັ່ນດຽວກັນຢູ່ ບ້ານສິບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ການປ່ອນບັດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2026 ນີ້ໃນຂອບເຂດທົ່ວປະເທດ ໂດຍມີປະຊາຊົນລາວບັນດາເຜົ່າຜູ້ມີສິດເລືອກຕັ້ງທົ່ວປະເທດ ລວມທັງຜູ້ດຳລົງຊີວິດ ແລະ ປະຕິບັດໜ້າທີ່, ວຽກງານຢູ່ຕ່າງປະເທດ ຈໍານວນທັງໝົດ 4,764,384 ຄົນ (ຍິງ 2,384,104 ຄົນ) ໄດ້ພ້ອມກັນໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ຈໍານວນ 175 ທ່ານ ໂດຍມີຜູ້ສະໝັກຮັບເລືອກຕັ້ງທັງໝົດ ຈຳນວນ 243 ທ່ານ ແລະ ເລືອກເອົາສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຈໍານວນ 745 ທ່ານ ໂດຍມີຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນທັງໝົດ 1,041 ທ່ານ.
ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ນີ້ ແມ່ນເຫດການປະຫວັດສາດ ທີ່ມີຄວາມໝາຍສໍາຄັນທີ່ສຸດ ໃນຊີວິດການເມືອງຂອງປະຊາຊົນລາວບັນດາເຜົ່າ ທົ່ວທັງຊາດ ລວມທັງພົນລະເມືອງລາວທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານຢູ່ຕ່າງປະເທດ, ເປັນຂີດໝາຍສໍາຄັນຍິ່ງອີກຄັ້ງໜຶ່ງ ໃນການເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໃນຖານະຜູ້ເປັນເຈົ້າຂອງອໍານາດລັດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເລືອກເອົາມາເປັນຕົວແທນໃຫ້ແກ່ ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ 50 ຊົນເຜົ່າຢູ່ສະພາແຫ່ງຊາດ ທີ່ເປັນອົງການສູງສຸດ ແຫ່ງອໍານາດລັດ ແລະ ສະພາປະຊາຊົນຂັ້ນແຂວງໃນແຕ່ລະທ້ອງຖິ່ນ ດ້ວຍບັນຍາກາດອັນເບີກບານມ່ວນຊື່ນ, ຫ້າວຫັນ, ຟົດຟື້ນ, ເປັນຂະບວນການແຂງແຮງ ແລະ ສາມັກຄີເປັນປຶກແຜ່ນ ໃນທົ່ວປະເທດ.
ຂ່າວ: ວຽງຈັນທາຍ
ພາບ: ນັກຂ່າວພາກສະໜາມ ວຽງຈັນທາຍ

