ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ຫົວໜ້າຄະນະຮັບຜິດຊອບແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ພາຍໃນແຂວງໄຊຍະບູລີໄດ້ອອກແຈ້ງການເມື່ອມໍ່ໆມານີ້ເຖິງພາກສ່ວນຕ່າງໆໃຫ້ປະຕິບັດດັ່ງນີ້:
1. ມອບໃຫ້ການນຳພະແນກການ-ອົງການຂັ້ນແຂວງ ຕະຫຼອດຮອດອົງການປົກຄອງຂັ້ນເມືອງ ພາຍໃນແຂວງ ສືບຕໍ່ຈັດ ຕັ້ງປະຕິບັດການແກ້ໄຂຍານພາຫະນະ ທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ຕາມຄຳແນະນຳ ຂອງກະຊວງ ການເງິນ ສະບັບເລກທີ 2063/ກງ, ລົງວັນທີ 04 ກໍລະກົດ 2025 ຢ່າງເຂັ້ມງວດ ແລະ ໃຫ້ມີຜົນສຳເລັດເປັນຢ່າງດີ; ກໍລະນີເປົ້າໝາຍໃດຫາກບໍ່ສາມາດປະຕິບັດ ຕາມຄໍາແນະນຳ ຂອງກະຊວງການເງິນ ທີ່ໄດ້ກ່າວມາຂ້າງເທິງ ແມ່ນໃຫ້ຍຶດ ເປັນຂອງລັດ ເພື່ອສືບຕໍ່ດຳເນີນການຕາມ ລະບຽບການກ່ຽວຂ້ອງ;
2. ໃຫ້ບັນດາພະແນກການ, ອົງການ, ກົມກອງ, ຫ້ອງການອ້ອມຂ້າງແຂວງ ແລະ ບັນດາເມືອງ 11 ເມືອງ ພາຍໃນແຂວງ ແຈ້ງ ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ນໍາໃຊ້, ຄອບຄອງ ພາຫະນະ ທີ່ຍັງບໍ່ທັນໄດ້ເສຍ ພາສີ ເຂົ້າມາແຈ້ງຕໍ່ເຈົ້າໜ້າທີ່ ເພື່ອຄິດໄລ່ເສຍພາສີ-ອາກອນ ນັບແຕ່ວັນລົງລາຍເຊັນແຈ້ງການສະບັບນີ້ເປັນຕົ້ນໄປ ຈົນ ເຖີງວັນທີ 9 ພຶດສະພາ 2026; ຖ້າກາຍກຳນົດເວລາດັ່ງກ່າວ ກໍລະນີເຈົ້າໜ້າທີ່ກວດພົບເຫັນ ແມ່ນຈະຖືກຢຶດເປັນຂອງ ລັດ ແລະ ດຳເນີນຄະດີຕໍ່ເຈົ້າຂອງພາຫະນະຕາມລະບຽບກົດໝາຍ.
3. ສຳລັບພາຫະນະທີ່ແຂວງໄດ້ຈັດສັນໃຫ້ບັນດາພະແນກການກົມກອງນັ້ນ ແມ່ນມອບໃຫ້ແຕ່ລະພາກສ່ວນນໍາມາເສຍພາສີ ຕາມ ກົດໝາຍແລ້ວ ຈົດເປັນຊັບສິນຂອງລັດ ເພື່ອໃຫ້ຂະແໜງການເງິນຂັ້ນນັ້ນໆ ຄຸ້ມຄອງຕາມລະບຽບການ;
4. ສຳລັບພາຫະນະພວງມະໄລຂວາທີ່ແຕ່ລະພາກສ່ວນນຳໃຊ້ ແມ່ນໃຫ້ຢຶດເປັນຂອງລັດ ແລະ ແກ້ໄຂ ຕາມກົດໝາຍ ແລະ
ລະບຽບການກ່ຽວຂ້ອງກຳນົດ.
5.ມອບໃຫ້ກອງເລຂາຄະນະຮັບຜິດຊອບແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກ
ຕ້ອງຂັ້ນແຂວງ ເປັນເຈົ້າການສົມທົບເຈົ້າໜ້າທີ່ ກ່ຽວຂ້ອງ ຕິດຕາມກວດກາ, ສະກັດກັ້ນການລັກລອບນຳເຂົ້າພາຫະນະທີ່ບໍ່ຖືກຕ້ອງຕາມຈຸດຕ່າງໆ ຢ່າງເຂັ້ມງວດ.ກໍລະນີພົບເຫັນ ແມ່ນໃຫ້ຢຶດຂອງກາງ ພ້ອມດຳເນີນຄະດີຕໍ່ຜູ້ລະເມີດໃນການກະທຳຜິດຕາມລະບຽບກົດໝາຍຢ່າງ ເຂັ້ມງວດ;
6. ມອບໃຫ້ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງ ເປັນໃຈກາງຊີ້ນຳກອງບັນຊາການເມືອງ ແລະ ກອງຮ້ອຍທະຫານຊາຍແດນ ໃນການຕິດຕາມກວດກາ, ສະກັດກັ້ນການລັກລອບນຳເຂົ້າພາຫະນະທີ່ບໍ່ຖືກຕ້ອງ ຕາມຈຸດຂ້າມລອຍລຽບຊາຍແດນ ຢ່າງເຂັ້ມງວດ, ກໍລະນີພົບເຫັນ ແມ່ນໃຫ້ຢຶດຂອງກາງ ແລະ ລາຍງານຕໍ່ຄະນະ ຮັບຜິດຊອບຂັ້ນແຂວງໃຫ້ທັນການ;
7. ຫ້າມການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ພາຍໃນແຂວງ ນໍາເຂົ້າພາຫະນະ ແລະ ຊຸກເຊື່ອງພາຫະນະ ຫຼື ໃຫ້ຄວາມຮ່ວມ ມືກັບບັນດາທຸລະກິດຫ້າງຮ້ານເດັດຂາດ; ຖ້າເຈົ້າໜ້າທີ່ກ່ຽວຂ້ອງພົບເຫັນ ແມ່ນຈະຖືກດຳເນີນຄະດີ ຕາມກົດໝາຍ;
8. ມອບໃຫ້ກອງເລຂາຄະນະຮັບຜິດຊອບແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ແຂວງໄຊ ຍະບູລີ ເປັນໃຈກາງໃນການເຜີຍແຜ່, ແນະນຳວິທີການ ແລະ ມາດຕະການຈັດຕັ້ງປະຕິບັດຕົວຈິງ ໃຫ້ຄະນະສະເພາະກິດ ຂັ້ນເມືອງ, ທັງຕິດຕາມ, ຊຸກຍູ້ການປະຕິບັດຕົວຈິງ ຂອງແຕ່ລະພາກສ່ວນ ແລ້ວລາຍງານຜົນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ໃຫ້ການນຳແຂວງ ແລະ ຄະນະສະເພາະກິດຂັ້ນສູນກາງຊາບ ເປັນແຕ່ລະໄລຍະ.
ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ຫົວໜ້າຄະນະຮັບຜິດຊອບແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ພາຍໃນແຂວງໄຊຍະບູລີໄດ້ອອກແຈ້ງການເມື່ອມໍ່ໆມານີ້ເຖິງພາກສ່ວນຕ່າງໆໃຫ້ປະຕິບັດດັ່ງນີ້:
1. ມອບໃຫ້ການນຳພະແນກການ-ອົງການຂັ້ນແຂວງ ຕະຫຼອດຮອດອົງການປົກຄອງຂັ້ນເມືອງ ພາຍໃນແຂວງ ສືບຕໍ່ຈັດ ຕັ້ງປະຕິບັດການແກ້ໄຂຍານພາຫະນະ ທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ຕາມຄຳແນະນຳ ຂອງກະຊວງ ການເງິນ ສະບັບເລກທີ 2063/ກງ, ລົງວັນທີ 04 ກໍລະກົດ 2025 ຢ່າງເຂັ້ມງວດ ແລະ ໃຫ້ມີຜົນສຳເລັດເປັນຢ່າງດີ; ກໍລະນີເປົ້າໝາຍໃດຫາກບໍ່ສາມາດປະຕິບັດ ຕາມຄໍາແນະນຳ ຂອງກະຊວງການເງິນ ທີ່ໄດ້ກ່າວມາຂ້າງເທິງ ແມ່ນໃຫ້ຍຶດ ເປັນຂອງລັດ ເພື່ອສືບຕໍ່ດຳເນີນການຕາມ ລະບຽບການກ່ຽວຂ້ອງ;
2. ໃຫ້ບັນດາພະແນກການ, ອົງການ, ກົມກອງ, ຫ້ອງການອ້ອມຂ້າງແຂວງ ແລະ ບັນດາເມືອງ 11 ເມືອງ ພາຍໃນແຂວງ ແຈ້ງ ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ນໍາໃຊ້, ຄອບຄອງ ພາຫະນະ ທີ່ຍັງບໍ່ທັນໄດ້ເສຍ ພາສີ ເຂົ້າມາແຈ້ງຕໍ່ເຈົ້າໜ້າທີ່ ເພື່ອຄິດໄລ່ເສຍພາສີ-ອາກອນ ນັບແຕ່ວັນລົງລາຍເຊັນແຈ້ງການສະບັບນີ້ເປັນຕົ້ນໄປ ຈົນ ເຖີງວັນທີ 9 ພຶດສະພາ 2026; ຖ້າກາຍກຳນົດເວລາດັ່ງກ່າວ ກໍລະນີເຈົ້າໜ້າທີ່ກວດພົບເຫັນ ແມ່ນຈະຖືກຢຶດເປັນຂອງ ລັດ ແລະ ດຳເນີນຄະດີຕໍ່ເຈົ້າຂອງພາຫະນະຕາມລະບຽບກົດໝາຍ.
3. ສຳລັບພາຫະນະທີ່ແຂວງໄດ້ຈັດສັນໃຫ້ບັນດາພະແນກການກົມກອງນັ້ນ ແມ່ນມອບໃຫ້ແຕ່ລະພາກສ່ວນນໍາມາເສຍພາສີ ຕາມ ກົດໝາຍແລ້ວ ຈົດເປັນຊັບສິນຂອງລັດ ເພື່ອໃຫ້ຂະແໜງການເງິນຂັ້ນນັ້ນໆ ຄຸ້ມຄອງຕາມລະບຽບການ;
4. ສຳລັບພາຫະນະພວງມະໄລຂວາທີ່ແຕ່ລະພາກສ່ວນນຳໃຊ້ ແມ່ນໃຫ້ຢຶດເປັນຂອງລັດ ແລະ ແກ້ໄຂ ຕາມກົດໝາຍ ແລະ
ລະບຽບການກ່ຽວຂ້ອງກຳນົດ.
5. ມອບໃຫ້ກອງເລຂາຄະນະຮັບຜິດຊອບແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງຂັ້ນແຂວງ ເປັນເຈົ້າການສົມທົບເຈົ້າໜ້າທີ່ ກ່ຽວຂ້ອງ ຕິດຕາມກວດກາ, ສະກັດກັ້ນການລັກລອບນຳເຂົ້າພາຫະນະທີ່ບໍ່ຖືກຕ້ອງຕາມຈຸດຕ່າງໆ ຢ່າງເຂັ້ມງວດ.ກໍລະນີພົບເຫັນ ແມ່ນໃຫ້ຢຶດຂອງກາງ ພ້ອມດຳເນີນຄະດີຕໍ່ຜູ້ລະເມີດໃນການກະທຳຜິດຕາມລະບຽບກົດໝາຍຢ່າງ ເຂັ້ມງວດ;