ລັດຖະບານ ໄດ້ຄົ້ນຄວ້າ, ປຶກສາຫາລືຫຼາຍຫົວຂໍ້ທີ່ສໍາຄັນ

ລັດຖະບານ ໄດ້ຄົ້ນຄວ້າ, ປຶກສາຫາລືຫຼາຍຫົວຂໍ້ທີ່ສໍາຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026, ຄະນະລັດຖະບານ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ຫຼາຍຫົວຂໍ້ທີ່ສໍາຄັນໂດຍສະເພາະວຽກງານຈຸດສຸມຮີບດ່ວນ ຄື: ຮ່າງເນື້ອໃນບົດເຜີຍແຜ່ ຂອງນາຍົກລັດຖະມົນຕີ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຄວາມຄືບໜ້າໃນການແກ້ໄຂຜົນກະທົບດິນຍຸບ ຢູ່ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ສະພາບນັກທ່ອງທ່ຽວຢູ່ລາວ ໃນປີ 2025 ແລະ ສະເໜີທິດທາງສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າ.

ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າ ຂອງມື້ວານນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ນອກຈາກນີ້, ຄະນະລັດຖະບານ ຍັງໄດ້ໄດ້ຄົ້ນຄວ້າກ່ຽວກັບ ການປະຕິບັດ ມະຕິ 08/ລບ, ລົງວັນທີ 4 ຕຸລາ 2021 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ແລະ ການນຳໃຊ້ລົດໄຟຟ້າ ຢູ່ ສປປ ລາວ ແລະ ສະເໜີນະໂຍບາຍໃນຕໍ່ໜ້າ; ພິຈາລະນາ ເນື້ອໃນຂອງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດຮອດປີ 2055 ຂອງ ສປປ ລາວ; ຮ່າງດຳລັດ ວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍທາງບົກ ແລະ ທາງລົດໄຟ; ຮ່າງດຳລັດ ວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ.

ນອກຈາກບັນດາຫົວຂໍ້ດັ່ງກ່າວແລ້ວ, ກອງປະຊຸມ ຍັງໄດ້ແຈກຢາຍ 5 ເອກະສານ ເພື່ອໃຫ້ສະມາຊິກລັດຖະບານ ນຳໄປຄົ້ນຄວ້າ ແລະ ປະກອບຄຳເຫັນ ເປັນລາຍລັກອັກສອນ ແລ້ວສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຊຶ່ງ 5 ປະກອບມີ: ບົດສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນມັງກອນ-ກຸມພາ ແລະ ທິດທາງແຜນການປະຈໍາເດືອນມີນາ 2026 ຂອງລັດຖະບານ; ຮ່າງມະຕິ ວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃນປີ 2026; ຮ່າງມະຕິ ວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງ ໃນການຫັນການເກັບລາຍຮັບເປັນທັນສະ ໄໝ ໃນໄລຍະ 5 ປີ (2026-2030); ຮ່າງຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາ ແຜນຫົວຂໍ້ເອກະສານ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມລັດຖະບານ ປີ 2026; ຮ່າງມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 (ສະບັບປັບປຸງ).

ແຫຼ່ງຂໍ້ມູນຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

 

Related Articles

Leave a Reply