ການຫັນໂຮງໝໍ “ກຸ້ມຕົນເອງ” ແມ່ນຫຍັງ? ຈະເຮັດໃຫ້ຄ່າປິ່ນປົວແພງຂຶ້ນ ຫຼື ບໍລິການດີຂຶ້ນບໍ່?

ການຫັນໂຮງໝໍ “ກຸ້ມຕົນເອງ” ແມ່ນຫຍັງ? ຈະເຮັດໃຫ້ຄ່າປິ່ນປົວແພງຂຶ້ນ ຫຼື ບໍລິການດີຂຶ້ນບໍ່?

​ຫຼາຍຄົນອາດຈະເຄີຍໄດ້ຍິນຄຳວ່າ “ການຫັນໂຮງໝໍເປັນກຸ້ມຕົນເອງ” ແລ້ວສົງໄສວ່າຜົນປະໂຫຍດແທ້ໆຈະຕົກຢູ່ກັບໃຜ? ມື້ນີ້ພວກເຮົາຈະມາສະຫຼຸບ 7 ປະເດັນສຳຄັນໃຫ້ເຂົ້າໃຈແບບງ່າຍໆດັ່ງນີ້:

1. “ການຫັນໂຮງໝໍເປັນກຸ້ມຕົນເອງ” ແມ່ນຫຍັງ?

ແມ່ນການໃຫ້ໂຮງໝໍມີສິດ ບໍລິຫານໄດ້ບາງສ່ວນ ເຊັ່ນ: ການບໍລິຫານງົບປະມານ, ການບໍລິຫານພະນັກງານ, ການປັບປຸງການບໍລິການ, ແລະການຕັດສິນບາງວຽກໄດ້.

2. ເຮັດເພື່ອຫັຍງ?

ເພື່ອຍົກລະດັບຄຸນະພາບການປິ່ນປົວນັບມື້ດີຂື້ນ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ສາມາດ ສ້າງຄວາມເຊື່ອໝັ້ນການບໍລິການ ແລະ ດື່ງດູດການບໍລິການ ໃຫ້ສູງຂື້ນ; ເພື່ອໃຫ້ໂຮງໝໍສາມາດສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງວຽກງານ, ຍົກສູງຄວາມເປັນເຈົ້າຕົນເອງ ສ້າງລາຍຮັບເພີ້ມຈາກການບໍລິການ, ຫຼຸດຜ່ອນລາຍຈ່າຍຈາກງົບປະມານແຫ່ງລັດ, ສາມາດຄຸ້ມຄອງລາຍຮັບ-ລາຍຈ່າຍໄດ້ຢ່າງມີປະສິດທິພາບ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.

3. ໃຜເປັນຜູ້ເຮັດ?

ລັດຖະບານ ຈະເປັນຜູ້ອອກດຳລັດ ແຈ້ງການ ແລະມີຄຳແນະນຳຈາກ ກະຊວງການເງີນ ແລະ ກະຊວງສາທາລະນະສຸກ

ຜູ້ອຳນວຍການໂຮງໝໍ ແລະຄະນະບໍລິຫານ ເປັນຜູ້ຈັດຕັ້ງປະຕິບັດຕາມແຈ້ງການ ແລະ ຄຳສັ່ງແນະນຳຈາກລັດຖະບານ; ປະຊາຊົນທຸກຄົນ ມີສ່ວນຮ່ວມການການຮັກສາສຸຂະພາບ ແລະ ປີ່ນປົວສຸຂະພາບຂອງຕົນເອງ ຕາມເງື່ອນໄຂ.

4. ໃຜຈະໄດ້ຮັບປະໂຫຍດ?

– ປະຊາຊົນ/ຜູ້ຮັບບໍລິການ: ໄດ້ຮັບການບໍລິການທີ່ມີຄຸນນະພາບ ແລະ ມີປະສິດທິພາບສູງ

– ພະນັກງານແພດໝໍ ຈະໄດ້ຮັບເງີນເດືອນ ແລະເງີນອຸດໜູນເວນຍາມດີຂື້ນ ແກ້ໄຂການຄ່າຄອງຊີບທີ່ສູງຂື້ນ.

5. ປະຊາຊົນຜູ້ທຸກຍາກ ຈະໄປປິ່ນປົວຢູ່ໃສ?

ບໍ່ຕ້ອງກັງວົນ! ໂຮງໝໍລັດທຸກແຫ່ງຍັງມີນະໂຍບາຍຊ່ວຍເຫຼືອຜູ້ທຸກຍາກຄືເກົ່າ. ຫຼັກການຄື: “ເກັບຄ່າບໍລິການນຳຜູ້ທີ່ມີເງື່ອນໄຂ ເພື່ອມານະໂຍບາຍໃຫ້ຜູ້ທີ່ທຸກຍາກອະນາຖາ” ເຊິ່ງເປັນການຊ່ວຍເຫຼືອເຊິ່ງກັນແລະກັນໃນສັງຄົມ.

6. ໂຮງໝໍຈະຫາລາຍຮັບເພີ່ມມາຈາກໃສ?

ບໍລິການຫ້ອງນອນພິເສດ ແລະ ບໍລິການນອກໂມງການ.

ກວດສຸຂະພາບແບບ Package, ກວດນອກສະຖານທີ່ (ໂຮງງານ) ແລະ ບໍລິການຜ່ານປະກັນໄພເອກະຊົນ.

ບໍລິການຮັບ-ສົ່ງ ຄົນເຈັບ (Ambulance).

7. ຈະຮູ້ໄດ້ແນວໃດວ່າ “ໂປ່ງໃສ”?

ທຸກໆການບໍລິການ ແລະ ການເງິນຈະໃຊ້ ລະບົບໄອທີ (IT) ເຂົ້າມາຄຸ້ມຄອງ ເພື່ອໃຫ້ກວດສອບໄດ້ທຸກຂັ້ນຕອນ ແລະ ມີຄະນະກຳມະການຈາກກະຊວງການເງິນຕິດຕາມຢ່າງໃກ້ຊິດ.

ສະຫຼຸບແລ້ວ ການຫັນເປັນກຸ້ມຕົນເອງທາງດ້ານການເງິນ ບໍ່ໄດ້ໝາຍຄວາມວ່າໂຮງໝໍຈະເປັນອິດສະຫຼະທຸກຢ່າງ ຈຸດປະສົງຂອງລັດຖະບານ ແມ່ນເພື່ອຮັບປະກັນໃຫ້ປະຊາຊົນລາວທຸກຊັ້ນຄົນສາມາດເຂົ້າເຖີງການບໍລິການ ດ້ານສາທາລະນະສຸກ ພ້ອມກັນນັ້ນ ກໍ່ໃຫ້ໂຮງໝໍສາມາດສ້າງຄວາມເຂັ້ມແຂງ ໃນການບໍລິຫານວຽກງານໃນໂຮງໝໍ ມີຄວາມເປັນເຈົ້າຕົນເອງ ສາມາດສ້າງລາຍຮັບໄດ້ສ່ວນໜື່ງ ເພື່ອຫຼຸດຜ່ອນລາຍຈ່າຍຈາກລັດຖະບານ ແຕ່ຕ້ອງຮັບປະກັນຄວາມໂປ່ງໃສແລະ ສາມາດກວດສອບໄດ້.

ແຫຼ່ງຂໍ້ມູນຈາກ: ກະຊວງສາທາລະສະສຸກ

Related Articles

Leave a Reply