ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດສິງກະໂປເຂົ້າ​ຢ້ຽມຂໍ່ານັບ​

ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດສິງກະໂປເຂົ້າ​ຢ້ຽມຂໍ່ານັບ​

ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ເຊິ່ງໃນວັນ​ທີ 24 ກຸມພາ 2026 ຜ່ານມາ, ທີ່ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາ​ງພັກ (ຄຕພ)​ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂໍ່ານັບ​ ຂອງ ​ທ່ານ ອອງ ຊິວ ເກ (​Ong Siew Gay) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ.

ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ  ໄດ້ສະ​ແດງ​ຄວາມຍິນດີ ແລະ ​ຊົມ​ເຊີຍ ຕໍ່ທ່ານເອກອັກຄະລັດຖະ ທູດສິງກະໂປ ທີ່​ໄດ້​ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ​ເອກ​ອັກ​​ຄະລັດຖະທູດ ຈະ​ສືບ​​ຕໍ່ໃຫ້​ການ​ຮ່ວມ​ມື ​ແລະ​ ປະ​ສານ​ສົມ​ທົບຢ່າງ​ ແໜ້ນ​ແຟ້ນກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ​ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນມິດຕະພາບ​ ແລະ ການຮ່ວມມື ລະຫວ່າງ ລາວ-ສິງກະໂປ ​ໃຫ້​ນັບ​ມື້​ນັບຂະຫຍາຍຕົວ ແລະ ​ມີໝາກຜົນ​ຍິ່ງໆ​ຂຶ້ນ, ເພື່ອນໍາເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ແລະ ສ້າງຄວາມເຂັ້ມແຂງໃຫ້ອາຊຽນ.

ທ່ານ ອອງ ຊິວ ເກ (​Ong Siew Gay) ​ໄດ້ສະ​ແດງ​ຄວາມຂອບໃຈ ​ເປັນ​ຢ່າງ​ສູງ ທີ່​ໄດ້​ມີ​ໂອ​ກາດ​ເຂົ້າ​ຢ້ຽມ​ຂ່ຳ​ນັບ  ສະຫາຍ ​​ຫົວໜ້າ ຄ​ຕ​ພ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫົວໜ້າ ຄຕພ ທີ່ໄດ້ຮັບການເລືອກຕັ້ງເປັນ ກໍາມະການສູນກາງພັກ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ; ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຄໍາໝັ້ນສັນຍາຈະ​ເຮັດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ໃນ​ການ​​ເສີມຂະຫຍາຍສາຍ ພົວພັນມິດຕະພາບ ລະຫວ່າງ ສິງກະໂປ-ລາວ ໃຫ້​​ນັບ​ມື້ແຕກດອກອອກ​ຜົນຍິ່​ງໆ​ຂຶ້ນ.

ສອງຝ່າຍ ຍິນດີປະສານສົມທົບ ແລະ ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສ້າງຊັບພະຍາກອນມະນຸດ ແລະ ອື່ນໆ, ລວມທັງການປະສານສົມທົບໃນຂອບອາຊຽນ, ຫຼາຍຝ່າຍ ໃນພາກພື້ນ ແລະ ໃນໂລກ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ປະຊາຄົມອາຊຽນ.

ໃນຕອນທ້າຍ ສະຫາຍ ຫົວໜ້າ ຄຕພ ໄດ້ອວຍພອນທ່ານ ເອກອັກຄະລັດຖະທູດ ຈົງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ.

ແຫຼ່ງຂ່າວຈາກ: ໜັງສືພິມປະຊາຊົນ

Related Articles

Leave a Reply