ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປິດລົງດ້ວຍຜົນສໍາເລັດໃນມື້ນີ້ ຊຶ່ງຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍປະຊາທິປະໄຕ-ຫົວຄິດປະດິດສ້າງ ແລະ ໄດ້ມີຄວາມເປັນເອກະພາບ ຮັບຮອງເອົາເອກະສານສໍາຄັນ ແລະ ໄດ້ໃຫ້ທິດຊີ້ນໍາຈຳນວນໜຶ່ງ ເປັນຕົ້ນ:
ໄດ້ຮັບຮອງແຜນດໍາເນີນງານ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງຈະກາຍເປັນໂຄງການເຮັດວຽກ ຕະຫຼອດສະໄໝຂອງຄະນະບໍລິຫານງານສູນກາງພັກໃນ 5 ປີ ຕໍ່ໜ້າ, ທັງເປັນບ່ອນອີງໃນການສ້າງແຜນປະຕິບັດງານ, ແຜນວຽກຈຸດສຸມ ຂອງແຕ່ລະຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ.
ໄດ້ຮັບຮອງເອົາແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ, ໂດຍມອບໃຫ້ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກຮີບຮ້ອນປັບປຸງ, ແກ້ໄຂ ແບບແຜນເຮັດວຽກ ແລະ ວິທີນຳພາ ຂອງຕົນ ໃຫ້ມີຄວາມສອດຄ່ອງກວ່າເກົ່າ, ການເຮັດວຽກ ຕ້ອງມີແຜນການ, ມີຈຸດປະສົງ, ລະດັບຄາດໝາຍຈະແຈ້ງ; ມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ໝູ່ຄະນະຢ່າງລະອຽດ, ຈະແຈ້ງ; ຮູ້ນຳໃຊ້ກົງຈັກ ແລະ ພະນັກງານ ໃຫ້ມີປະສິດທິຜົນ; ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕໃຫ້ເຂັ້ມງວດ, ເສີມຂະຫຍາຍສະຕິປັນຍາ ແລະ ກໍາລັງແຮງ ຂອງໝູ່ຄະນະ, ຫຼີກເວັ້ນສະພາບທີ່ມີແຕ່ເລຂາຄະນະພັກ ໃຊ້ສິດ, ໃຊ້ອຳນາດແບບອາຍາສິດ ໃນການຕົກລົງບັນຫາ.
ໄດ້ໃຫ້ທິດຊີ້ນໍາ ຕໍ່ແຜນຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ເພື່ອໃຫ້ລັດຖະບານ ນຳໄປຜ່ານກອງປະຊຸມສະພາແຫ່ງຊາດ ຮັບຮອງ ແລະ ເຂົ້າສູ່ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.
ກຳນົດໃຫ້ແຈ້ງຕື່ມກ່ຽວກັບພາລະບົດບາດ, ສິດໜ້າທີ່ ແລະ ສາຍພົວພັນ ລະຫວ່າງເລຂາພັກແຂວງກັບ ປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ລະຫວ່າງ ເລຂາພັກເມືອງ ກັບປະທານຄະນະກໍາມະການປົກຄອງເມືອງ ຕ້ອງຮັບປະກັນລັກສະນະເສີມຂະຫຍາຍປະຊາທິປະໄຕ, ບໍ່ກ້າວກ່າຍສິດ, ໜ້າທີ່ ຂອງກັນ ແລະ ກັນ; ເລຂາພັກແຂວງ ໃນນາມເປັນປະທານສະພາປະຊາຊົນແຂວງ ມີໜ້າທີ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງອົງການບໍລິຫານທ້ອງຖິ່ນ ໃຫ້ມີຄວາມເຂັ້ມງວດ, ເດັດຂາດ ແລະ ໂປ່ງໃສ.
ໃຫ້ແຕ່ລະທ້ອງຖິ່ນ ຮີບຮ້ອນໃນການສ້າງຕັ້ງຕາແສງ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້, ຢ່າງຊ້າໃຫ້ສຳເລັດໃນກາງປີ 2027 ໃຫ້ສາມາດເຄື່ອນໄຫວຈັດຕັ້ງປະຕິບັດທົ່ວປະເທດ ຮັບປະກັນການຈັດຕັ້ງປະຕິບັດວຽກງານ ກໍຄືເປັນເຈົ້າການໃນການຜັນຂະຫຍາຍແນວທາງ, ນະໂຍບາຍ ຂອງພັກ-ລັດ ໂດຍສະເພາະ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ເຂົ້າເຖິງຮາກຖານຢ່າງທົ່ວເຖິງ.
ສືບຕໍ່ປັບປຸງການຈັດຕັ້ງບ້ານ, ມີການແບ່ງຄວາມຮັບຜິດຊອບ ລະຫວ່າງ ຕາແສງ ແລະ ບ້ານຢ່າງຈະແຈ້ງ, ເຮັດໃຫ້ບ້ານກາຍເປັນອົງການຈັດຕັ້ງຊຸມຊົນທີ່ເຂັ້ມແຂງຮອບດ້ານ, ນຳພາການພັດທະນາຢູ່ຂັ້ນບ້ານ.
ເສີມຂະຫຍາຍບົດບາດ ຂອງສະພາທິດສະດີສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລແຫ່ງຊາດ… ເຂົ້າໃນການຄົ້ນຄວ້າບັນຫາຍຸດທະສາດ, ວາງ ແລະ ບູລະນະແນວທາງ, ນະໂຍບາຍ ຊ່ວຍສູນກາງພັກ.
ເພີ່ມທະວີການຕິດຕາມ, ກວດກາ, ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ຢ່າງເປັນປະຈຳ. ບັນດາສະຫາຍກໍາມະການສູນກາງພັກ, ເລຂາພັກແຂວງ ຕ້ອງມີຄວາມເປັນເຈົ້າ ໃນການຕິດຕາມ, ກວດກາ ການພັດທະນາ ຢູ່ທ້ອງຖິ່ນ ໃຫ້ເປັນລະບົບ, ສົມທົບກັບຂະແໜງການກ່ຽວຂ້ອງ ປະຕິບັດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ຕິດພັນກັບການແກ້ໄຂຂັ້ນຂອດ, ສິ່ງກົດໜ່ວງຖ່ວງດຶງ ການຜະລິດ-ທຸລະກິດ, ການຈັບຈອງ-ເຊົ່າ-ສໍາປະທານ ທີ່ດິນ, ຊັບພະຍາກອນທໍາມະຊາດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ. ພ້ອມນັ້ນ ກໍກວດກາ ຄວາມຮັບຜິດຊອບ ຂອງພະນັກງານ ທີ່ຢູ່ໃນການຄຸ້ມຄອງ ບໍ່ໃຫ້ເຮັດຜິດລະບຽບວິໄນ ແລະ ກົດໝາຍ, ຊອກໃຫ້ເຫັນ, ສົ່ງເສີມຄົນດີ, ຄົນເກັ່ງ ແລະ ເຮັດແທ້ທໍາຈິງ.
ອີງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ກອງປະຊຸມໄດ້ມີການປັບປຸງ, ສັບຊ້ອນ, ແບ່ງງານ, ມອບໝາຍໜ້າທີ່ ໃຫ້ບັນດາສະຫາຍກົມການເມືອງ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ ໄປຮັບຜິດຊອບວຽກງານຢູ່ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ເພື່ອຊີ້ນຳການປະຕິບັດໜ້າທີ່ຂອງພັກ ແລະ ລັດ ໃຫ້ບັນລຸຜົນເປັນຈິງ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນຕື່ມບາງບັນຫາ ເພື່ອໃຫ້ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ນຳໄປຈັດຕັ້ງຜັນຂະຫາຍ ແລະ ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ ດັ່ງນີ້:
ໜຶ່ງ, ສືບຕໍ່ຊີ້ນໍາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ “ໃຫ້ໄວ, ໃຫ້ມີຈຸດສຸມ, ໃຫ້ຖືກທິດ, ໃຫ້ເປັນຮູບປະທໍາ”.
ສອງ, ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ຮອບດ້ານ, ຮອບຄອບ ແລະ ຮັດກຸມ.
ສາມ, ຊີ້ນໍາການກະກຽມ ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະລັດຖະບານ ຊຸດທີ X. ມອບໃຫ້ລັດຖະບານຊຸດໃໝ່ ສືບຕໍ່ຄົ້ນຄວ້າ ປັບປຸງກົງຈັກ ຂອງລັດຖະບານ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ, ສອດຄ່ອງກັບທິດ “ສູນກາງເຮັດໜ້າທີ່ມະຫາພາກ, ເພີ່ມຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າ ໃຫ້ທ້ອງຖິ່ນ ຫຼາຍຂຶ້ນ”.
“ກົມການເມືອງຢາກໃຫ້ເປັນທີມງານໜັ້ກແໜ້ນ ເປັນເອກະພາບສູງ, ບືນໃສ່, ຈັບມືກັນແກ້ໄຂບັນຫາ ທີ່ເຮົາຍັງຄົງຄ້າງຢູ່ ໃນສະໄໝທີ XI, ໃຫ້ສືບຕໍ່ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງນັ້ນ ແລະ ໃຫ້ບຸກທະລຸໃໝ່ ຕາມທິດທີ່ພວກເຮົາເວົ້າກັນນີ້”.
ສີ່, ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ, ຍູ້ແຮງການສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ໃນຂົງເຂດວຽກງານແນວໂຮມ ສູ່ລວງເລິກ ໃນເງື່ອນໄຂໃໝ່.
ຫ້າ, ສືບຕໍ່ຊີ້ນໍາການກະກຽມກອງປະຊຸມໃຫຍ່ ຂອງບາງອົງຄະນະພັກຂັ້ນສູນກາງ, ກອງປະຊຸມວຽກງານຕ່າງໆ ເປັນຕົ້ນ ວຽກງານຈັດຕັ້ງ, ວຽກງານກວດກາ, ວຽກງານຫ້ອງວ່າການ, ວຽກງານສື່ມວນຊົນ, ວຽກກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ແລະ ອື່ນໆ…
ຫົກ, ຊີ້ນໍາການສືບຕໍ່ຍູ້ແຮງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຂງແຮງ, ກວ້າງຂວາງ, ທົ່ວເຖິງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າກວ່າເກົ່າ, ມີແບບຢ່າງດີເດັ່ນ ໃນການແຂ່ງຂັນຜະລິດ-ທຸລະກິດ, ການຍົກສູງຈິດໃຈຮັກຊາດ, ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ສູງຂຶ້ນ.
ສະຫາຍ ເລຂາທິການໃຫຍ່ຍັງໄດ້ ຊີ້ນໍາການກະກຽມກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ລົງເລິກຫົວຂໍ້ຍຸດທະສາດ ທີ່ເປັນບຸລິມະສິດ. ໃນນັ້ນ, ໃຫ້ຄົ້ນຄວ້າ ແລະ ກະກຽມແຜນລະອຽດ ກ່ຽວກັບການປະກາດເອົາວຽກງານພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ເປັນວາລະແຫ່ງຊາດ.
ໃນເງື່ອນໄຂສະພາບແວດລ້ອມພາກພື້ນ ແລະ ສາກົນ ມີຄວາມເຄັ່ງຮ້ອນ, ສັບສົນ ແລະ ຜັນແປໄວວາ ກໍຄື ໃນເງື່ອນໄຂ ທີ່ປະເທດເຮົາ ຈະອອກຈາກສະຖານະພາບດ້ອຍພັດທະນາ, ຕ້ອງສືບຕໍ່ຊີ້ນໍາວຽກງານຕ່າງປະເທດ ໃຫ້ແຂງແຮງກວ່າເກົ່າ, ເປັນເຈົ້າການກວ່າເກົ່າ ແລະ ຢູ່ໃນທ່າບຸກກວ່າເກົ່າ ສາມາດສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ສະຫາຍ ທອງລຸນ ສີສຸລິດ, ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາສະຫາຍກຳມະການສູນກາງພັກ ຈະພ້ອມພຽງຮຽງໜ້າກັນເສີມຂະຫຍາຍ ມານະຈິດປະຕິວັດ ແລະ ທາດແທ້, ມູນເຊື້ອ ອັນສະຫງ່າລາສີ ຂອງພັກ ກໍຄື ຂອງອົງການນຳສູງສຸດ ຂອງພັກເຮົາໃຫ້ສູງຂຶ້ນເລື້ອຍໆ ເພື່ອຈັັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ຂະບວນການຕົວຈິງ ຢ່າງມີໄຊ.
ຂ່າວ: ຫສພ

