ການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ້ມອາຊຽນ ປະຈໍາປີ 2026 (ASEAN U17 Boys’ Championship 2026) ໃນລະຫວ່າງວັນທີ 11-23 ເມສາ 2026 ທີ່ເມືອງ East Java ທີ່ປະເທດອິນໂດເນເຊຍ.
ການແຂ່ງຂັນລາຍການນີ້ ມີ 12 ທີມ ແບ່ງອອກເປັນ 3 ກຸ່ມ, ໂດຍທີມຊາດລາວ ຖືກຈັດຢູ່ຮ່ວມກຸ່ມ B ປະກອບມີ: ທີມຊາດໄທ, ມຽນມາ ແລະ ຟິລິບປິນ. ສ່ວນກຸ່ມ A ປະກອບມີ: ທີມຊາດອິນໂດເນເຊຍ, ຫວຽດນາມ, ມາເລເຊຍ ແລະ ຕີມໍ ເລສເຕ ແລະ ກຸ່ມ C ປະກອບມີ: ອົດສະຕຣາລີ, ກໍາປູເຈຍ, ສິງກະໂປ ແລະ ບຣູໄນ.
ສໍາລັບ ຮູບແບບການແຂ່ງຂັນຈະຄັດເອົາອັນດັບທີ 1 ຂອງແຕ່ລະກຸ່ມ 3 ກຸ່ມເປັນ 3 ທີມ ແລະ ເອົາອັນດັບ 2 ທີ່ດີທີ່ສຸດ 1 ທີມ ເຂົ້າຮອບ 4 ທີມສຸດທ້າຍ, ສ່ວນຕາຕະລາງແຂ່ງຂັນຈະລາຍງານໃຫ້ຮັບຊາບພາຍຫຼັງ.
ທີ່ມາ: ສຕລ

