ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຖຶກແຕ່ງຕັ້ງເປັນປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນຜູ້ໃໝ່ ຫຼື ເປັນເຈົ້າຄອງ ນຄ ຜູ້ໃໜ່ ເພາະ ເຈົ້າຄອງນະຄອນຫຼວງວຽງຈັນຖືກປ່ຽນມາເປັນປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ.
ພິທີປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່ດັ່ງກ່າວລະຫວ່າງທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງ ນວ ຜູ້ເກົ່າ ແລະ ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງ ນວ ຜູ້ໃໝ່ ແລະ ແຕ່ງຕັ້ງ ສະຫາຍ ທະວີໄຊ ເໝົາຊົມພູ ເປັນຮອງເລຂາຄະນະບໍລິຫານງານພັກ ນວ ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2026 ທີ່ຜ່ານມາ ຢູ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ.
ທີ່ມາແຫຼ່ງຂໍ້ມູນຂ່າວ: ສົມຫວັງ
ພາບ: ຂັນໄຊ
ພາບ: ຂັນໄຊ

