ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດຜູ້ດຽວ ໄດ້ມອບເງິນຈໍານວນ 1,3 ຕື້ກີບໃຫ້ແກ່ແຂວງຄໍາມ່ວນ ເພື່ອປະກອບສ່ວນສະໜັບສະໜູນການຈັດງານບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແຂວງຄໍາມ່ວນຄົບຮອບ 80 ປີ (21 ມີນາ 1946- 21 ມີນາ 2026).
ພິທີມອບຮັບເງິນຈໍານວນດັ່ງກ່າວ ໄດ້ຈັດຂຶ້ນມື້ວານນີ້ ທີ່ຫ້ອງວ່າການແຂວງຄໍາມ່ວນມອບໂດຍ ທ່ານ ຫານ ຫຸຍລູ ປະທານບໍລິສັດ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ
ທີ່ມາແຫຼ່ງຂໍ້ມູນຂ່າວ: ມະນີວັນ

