ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການມາຍັງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເມື່ອບໍ່ດົນມານີ້ ຊາບວ່າ:
ໃຫ້ຢຸດເຊົາການອອກປື້ມສຳມະໂນຄົວໃຫ້ພົນລະເມືອງລາວແບບເກົ່າ ຫັນມາຈົດທະບຽນສໍາມະໂນຄົວແບບເອເລັກໂຕຣນິກແບບທັນສະໄໝ ແລະ ຫັນມານໍາໃຊ້ໜັງສືຢັ້ງຢືນ ຂໍ້ມູນສຳມະໂນຄົວ (ແບບຟອມ ສຄ07) ຕາມລະບຽບຫຼັກການຂອງກະຊວງປ້ອງກັນຄວາມສະຫງົບ ແທນປື້ມສຳມະໂນຄົວແບບເກົ່າ.
ສ່ວນ ບຸກຄົນ ແລະ ຄອບຄົວທີ່ມີປຶ້ມສຳມະໂນຄົວອອກໃຫ້ໃນໄລຍະຜ່ານມາ ກໍ່ຍັງສາມາດນໍາໃຊ້ໄດ້ ຈົນກວ່າຈະມີແຈ້ງການລົບລ້າງ, ສ່ວນບຸກຄົນ ແລະ ຄອບຄົວ ທີ່ມີຂໍ້ມູນສຳມະໂນຄົວຢູ່ໃນລະບົບເອເລັກໂຕຣນິກແລ້ວ ແມ່ນໃຫ້ນໍາໃຊ້ໜັງສືຢັ້ງຢືນຂໍ້ມູນສຳມະໂນຄົວ ແທນປື້ມສຳມະໂນຄົວແບບເກົ່າ.
ສໍາລັບ ພົນລະເມືອງຜູ້ທີ່ມີບັດປະຈຳຕົວ ດີຈິຕ້ອນ ແລ້ວ ສາມາດນໍາໃຊ້ບັດປະຈຳຕົວ ດີຈິຕ້ອນ ເປັນການ ຢັ້ງຢືນຕົວຕົນຂອງພົນລະເມືອງ ເພື່ອປະກອບທຸລະກຳຕ່າງໆໄດ້ເຊັ່ນດຽວກັນ.

