ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ຢ້ຽມຊົມພິພິທະພັນພະທາດຫຼວງວຽງຈັນ

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ຢ້ຽມຊົມພິພິທະພັນພະທາດຫຼວງວຽງຈັນ

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຊົມ ພິພິທະພັນພະທາດຫຼວງວຽງຈັນ ໃນມື້ວານນີ້, ໃຫ້ກຽດຕ້ອນຮັບໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

ໃນໂອກາດດັ່ງກ່າວ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຮ່ວມກັນຈູດທຽນບູຊາພະຣັດຕະນະໄຕຣ, ຖວາຍທານແກ່ພະສົງ 9 ອົງ, ຮັບຟັງພະສົງສູດ ແລະ ຢາດນໍ້າຮັບພອນ ເພື່ອເປັນສິລິມຸງຄຸນ.

ຫຼັງຈາກນັ້ນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຍ່າງຊົມພະທາດຫຼວງວຽງຈັນ ແລະ ຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ.

ໃນຕອນທ້າຍ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ໃຫ້ກຽດລົງນາມປຶ້ມຢ້ຽມຢາມ ເພື່ອເປັນທີ່ລະນຶກ ໃຫ້ແກ່ພິພິທະພັນພະທາດຫຼວງວຽງຈັນ. ພາຍຫຼັງສໍາເລັດການຢ້ຽມຊົມ, ສອງປະມຸກລັດ ລາວ-ໄທ ພ້ອມດ້ວຍພັນລະຍາ ກໍໄດ້ກ່າວອໍາລາ ແລະ ອວຍພອນໄຊອັນປະເສີດ ດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ຄວາມຮັກແພງຊຶ່ງກັນ ແລະ ກັນ.

ຂ່າວ: ກະຊວງການຕ່າງປະເທດ

Related Articles

Leave a Reply