ພິທີເຖຣາພິເສກຫົດສົງ ພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຮອງປະທານສູນກາງ ອົງການພຸດທະສາສະໜາສໍາພັນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໄໝທໍາອິດ ທີ່ສຳນັກວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນອາທິດທີ່ຜ່ານມາ, ໂດຍໄດ້ຮັບຄວາມເມດຕາເຂົ້າຮ່ວມເປັນປະທານພິທີຂອງ ຍາທ່ານໃຫຍ່ ຄຳມາ ປັນຍາວິຈິດ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະບໍລິຫານງານສູນກາງ ຕະຫຼອດຮອດຄະນະບໍລິຫານງານ ອົງການພຸດທະສາສະໜາສໍາພັນລາວ ເມືອງນາຊາຍທອງ ແລະ ພຣະສົງສາມະເນນເຂົ້າຮ່ວມ, ຝ່າຍຄາລະວາດນຳພາໂດຍ ທ່ານ ສຸລິວັນ ພົມມະຫາໄຊ ເລຂາພັກເມືອງນາຊາຍທອງ ມີບັນດາການນຳເມືອງ, ກົມສາສະໜາ ສູນກາງແນວລາວສ້າງຊາດ, ຄອບຄົວການນຳພັກ-ລັດ, ເຈົ້າພາບ, ເຈົ້າສັດທາ ແລະ ຊາວພຸດທະສາສະນິກະຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ງານບຸນຄັ້ງນີ້ ໄດ້ເຕົ້າໂຮມອຳນາດການປົກຄອງບ້ານ, ຊາວພຸດ ຕັ້ງແຕ່ຕອນເຊົ້າ ເພື່ອມຮ່ວມຖວາຍສັງຄະທານ ແລະ ຮ່ວມໃສ່ບາດແດ່ພຣະສົງ ຈຳນວນ 80 ອົງ ແລະ ຕໍ່ດ້ວຍພິທີແຫ່ກອງຫົດສົງ ຕັ້ງແຕ່ປະຕູໂຂງ ເຂົ້າຫາວັດ ທີ່ເຕັມໄປດ້ວຍບັນຍາກາດຄຶກຄື້ນມວ່ນຊື່ນ ກ່ອນເຂົ້າສູ່ພິທີກຳທາງສາສະໜາ ແລະ ພ້ອມພຽງກັນ ເຖຣາພິເສກຫົດສົງ ພຣະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໄໝທຳອິດ ທັງເປັນຫົວໜ້າທຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ສູນກາງ ສະໄໝທີ 2 ແລະ ທັງເປັນເຈົ້າອະທິການສໍານັກວິປັດສະນາກໍາມະຖານ ວັດປ່ານາຄູນນ້ອຍ.
ພຣະອາຈານສີທົນ ໄຊຍະວົງສອນ ເປັນພຣະສົງອົງໜື່ງ ທີ່ມີແນວຄິດໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາ ແລະ ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມຢຶດກັ້ນຕໍ່ແນວທາງຂອງພຸດທະສາສະໜາຢ່າງໝັ້ນຄົງ, ກໍາແໜ້ນແນວທາງຂອງພຸດທະສາສະໜາ ແລະ ທິດສະດີແນວທາງຂອງພັກ-ລັດ ທີ່ວາງອອກແຕ່ ລະສະໄໝຢ່າງແທ້ຈິງ, ມີແບບແຜນ, ມີວິທີການເຮັດວຽກ, ມີວິໄສທັດ ແລະ ຍຸດທະສານໃນການປະຕິບັດວຽກງານ ຢ່າງລະອຽດ, ມີການ ຊີ້ນໍາ, ນໍາພາ ແລະ ລົງເລິກຕິດຕາມກວດກາ, ວາງແຜນ ໃນການເຮັດວຽກຢ່າງຕໍ່ເນື່ອງ, ຢຶດໝັ້ນໃນຫຼັກການເຮັດວຽກ ເຊັ່ນ: ການລວມສູນປະຊາທິປະໄຕ, ເນັ້ນຄວາມສາມັກຄີ, ເຮັດວຽກເປັນຫມູ່ຄະນະ, ມອບໝາຍວຽກງານໃຫ້ຖືກຕາມຄວາມຮູ້ຄວາມສາມາດ ແລະ ປະຕິບັດຕາມປະຊາມະຕິ ຢ່າງທ່ຽງທໍາ, ຢຶດໝັ້ນຜົນປະໂຫຍດສ່ວນລວມ ຫຼາຍກວ່າສ່ວນໂຕ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານສູງ, ມີຄວາມເອື້ອເຟື້ອເພື່ອແຜ່ ແລະ ເສຍສະຫຼະສູງ, ມີຄວາມເປັນຜູ້ນໍາ, ເປັນໂຕເອງ ແລະ ກ້າຕັດສິນໃຈໃນການເຮັດວຽກສູງ.
ພະອາຈານ ສີທົນ ໄຊຍະວົງສອນ ເກີດເມືອວັນທີ 14 ມີນາ 1973 ທີ່ບ້ານໜອງຂອນແກ່ນ ປັດຈຸບັນຊື່ບ້ານນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ແລະ ໄດ້ເລີ່ມອຸປະສົມບົດເປັນພຣະພິກຂຸ ວັນທີ 21 ກຸມພາ 1998 ທີ່ວັດພະເຈົ້າຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໄດ້ຮັບແຕ່ງຕັ້ງເປັນເຈົ້າອາທິການວັດປ່ານາຄູນນ້ອຍ ແຕ່ປີ 2003 ເຖິງປະຈຸບັນ, ແລະ ໄດ້ຮັບໜ້າທີ່ຫຼາຍຢ່າງເຊັ່ນ: ປີ 2003 -2013 ເປັນຮອງປະທານໂຄງການພຸດທະສາສະໜາເພື່ອການພັດທະນາ, ປີ 2005-2015 ເປັນຄະນະປະຈໍາ, ຮອງປະທານ ອົງການພຸດທະສາສະໜາສໍາພັນລາວ ເມືອງນາຊາຍທອງ, ຫົວໜ້າກໍາມາທິການເຜີຍແຜ່ສີລະທໍາ ແລະ ປະຕິບັດກັມມະຖານ ເມືອງນາຊາຍທອງ, ປີ 2005 ຈົນເຖິງປະຈຸບັນ ເປັນກໍາມະການແນວລາວສ້າງຊາດ ເມືອງນາຊາຍທອງ, ປີ 2011 ເປັນຄະນະປະຈໍາ ສູນກາງ ອົງການພຸດທະສາສະໜສໍາພັນລາວ ສະໄໝທີ 1, ປີ 2013 -2016 ເປັນປະທານໂຄງການພຸດທະສາສະຫນາເພື່ອການພັດທະນາ, ປີ 2013 -2016 ເປັນວ່າການແທນຫົວໜ້າກໍາມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກໍາມະຖານ ສູນກາງ, ປີ 2016 ເຖິງປະຈຸບັນ ເປັນຄະນະປະຈໍາ ສູນກາງ ອົງການພຸດທະສາສະໜສໍາພັນລາວ ສະໄໝທີ 2 ແລະ ທີ 3, ເປັນຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ສະໄໝທີ 2, ປີ 2020 ເປັນຮອງປະທານມູນນິທິພຸດທະບັນດິດ, ປີ 2022 ເປັນຮອງປະທານສະມາຄົມອານຸລັກຢາພື້ນເມືອງລາວ ແລະ ປີ 2026 ໄດ້ຮັບແຕ່ງຕັ້ງເປັນຮອງປະທານ ອົງການພຸດທະສາສະໜາສໍາພັນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໄໝທໍາອິດ. ລະດັບການສຶກສາ, ຈົບປະຖົມປີ 1984, ຈົບມໍຕົ້ນ ປີ 1987, ຈົບມໍປາຍ ປີ 1990 ຈົບທຽບເທົ່າປະລີນຍາຕີ ປີ 1996, ລະດັບວິຊາສະເພາະທຽບເທົ່າປະຣິນຍາຕີ (ໄຟຟ້າ – ເອເລັກໂຕຼນິກ ) ໄລຍະຜ່ານມາໄດ້ຮັບການຍ້ອງຍໍ ຢ່າງຫຼວງຫຼາຍເຊັ່ນ: ໄດ້ຮັບໃບຍ້ອງຍໍ ແລະ ໃບກຽດຕິຄຸນ ຂັ້ນເມືອງ, ຂັ້ນນະຄອນຫຼວງ, ຂັ້ນສູນກາງ ແລະ ຂັ້ນລັດຖະບານ ລວມໄປເຖີງ ຫຼຽນໄຊແຮງງານ ຊັ້ນ 1 ຈາກປະທານປະເທດ, ປັດຈຸບັນເພີ່ນມີອາຍຸວັດທະນະ 52 ປີ ແລະ 28 ພັນສາ ເຖີງແມ່ນວ່າອາຍຸເພີ່ນຈະຍັງນ້ອຍ ແຕ່ຊາວພຸດສາສະນິກະຊົນ ໂດຍສະເພາະສິດສານຸສິດ ໃຫ້ຄວາມເຊື່ອໝັ້ນ ແລະ ເຫຼື້ອໃສສັດທາ ສະແດງອອກໃນມື້ຫົດສົງ ໄດ້ມີຊາວພຸດມາຮ່ວມຢ່າງໜາແໜ້ນ ໂດຍສະເພາະ ໄດ້ມີສິດສານຸສິດຖວາຍລົດຕູ້ 1 ຄັນ ໃຫ້ກັບພຣະອາຈານເພີ່ນ ໄດ້ນໍາໃຊ້ເຂົ້າໃນທາງປະຕິບັດສາສະນະກິດ ແລະ ເຜີຍແຜ່ພຸດທະສາສະໜາ ໃຫ້ແກ່ປະຊາຊົນ.
ຕໍ່ມາໃນພາກຄ່ຳ ໃນວັນດຽວກັນ ທາງຄະນະສົງ ກໍ່ໄດ້ນຳພາດເຈົ້າພາບເຈົ້າສັດທາ ອອກຕົນຍາດໂຍມ ຮ່ວມສົມໂພດພຣະພຸດທະຮູບ ຈຳນວນ 10 ອົງ ກ່ອນຈະນໍາໄປຖວາຍໃຫ້ແຂວງຜົ້ງສາລີ ສົ່ງຕໍ່ຖວາຍໄປປະດິດສະຖານໄວ້ເມືອງຕ່າງໆທົ່ວແຂວງ ເພື່ອຮັກສາໄວ້ໃຫ້ເປັນພຣະຄູ່ບ້ານຄູ່ເມືອງ ໃຫ້ປະຊາຊົນໄດ້ເຂົ້າເຖີງສາສະໜາ ແລະ ໄດ້ກາບໄຫວ້ ເຊີ່ງເປັນຕົວແທນໃຫ້ລະນຶກເຖີງຫຼັກທຳຄຳສອນ ຂອງອົງສຳມາສຳພຸດທະເຈົ້າ.
ຂ່າວ-ພາບ: ບຸນພະຈັນ

