ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມແມ່ນໜຶ່ງ ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X

ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມແມ່ນໜຶ່ງ ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X

ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ ( ນະຄອນຫຼວງວຽງຈັນ – ທ່າເຮືອຫວຸ່ງອ່າງ ສສ ຫວຽດນາມ ) ແມ່ນໜຶ່ງໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ຊຶ່ງເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບສະໜູນລັດຖະບານລາວ ແລະ ໄດ້ສະເໜີກ່ຽວກັບໂຄງການພັດທະນາເສັ້ນທາງລົົດໄຟ ດັ່ງກ່າວ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ -ມູຢາ (ຊາຍແດນລາວ-ຫວຽດນາມ) ຕໍ່ສະພາແຫ່ງຊາດ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ເພື່ອພິຈາລະນາຮັບຮອງດ້ານຫຼັກການ ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳ.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລາຍງານໃຫ້ຮູ້ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນາ 2026 ນີ້ວ່າ: ໂຄງການທາງລົດໄຟ ລາວ-ຫວຽດນາມ ເລີ່ມຈາກ ນະຄອນ ຫຼວງວຽງຈັນ ຫາ ທ່າເຮືອຫວຸ່ງອ່າງ ສສ ຫວຽດນາມ ມີໄລຍະທາງທັງໝົດປະມານ 562 ກິໂລແມັດ. ໃນນັ້ນ, ໄດ້ແບ່ງອອກເປັນແຕ່ລະຊ່ວງຄື: ຊ່ວງທີ 1A ແຕ່ຕົວເມືອງທ່າແຂກ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ມີຄວາມຍາວ 147 ກິໂລແມັດ, ປັດຈຸບັນ ໄດ້ເຊັນບົດບັນທຶກຄວາມເຂົ້າ ໃຈ (MOU) ກັບບໍລິສັດປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນແລ້ວ ເພື່ອສຶກສາສໍາຫຼວດ ແລະ ອອກແບບລະອຽດໂຄງການ; ຊ່ວງທີ 1B ແຕ່ ມູຢາ ແຂວງກວາງບິ່ງ ຫາ ທ່າເຮືອຫວຸ່ງອ່າງ ແຂວງຮ່າຕິ່ງ ໄລຍະທາງ 103 ກິໂລແມັດ, ປັດຈຸບັນ ບໍລິສັດປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດຫຸ້ນສ່ວນກຸ່ມເດວກາ (DEOCA Group Joint Stock Company) ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ຊຶ່ງກຳລັງດໍາເນີນບັນດາຂະບວນການອະນຸມັດຢູ່ ໃນ ສສ ຫວຽດນາມ ຕາມລະບຽບການ ແລະ ຊ່ວງທີ 2 ແຕ່ ນະ ຄອນຫລວງວຽງຈັນ ຫາ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ໄລຍະທາງ 312,8 ກິໂລແມັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ, ປັດຈຸບັນ ໄດ້ຮັບການເຫັນດີດ້ານຫຼັກການ ໃຫ້ຕໍ່ MOU ໂຄງການດັ່ງກ່າວຕື່ມ ເພື່ອໃຫ້ມີເວລາໃນການສຶກສາຄວາມເປັນໄປໄດ້ຢ່າງລະອຽດ ແລະ ຮອບດ້ານ.

ໂຄງການກໍ່ສ້າງທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ກວມເອົາ 4 ຕົວເມືອງ (ເມືອງທ່າແຂກ ໄລຍະ 26 ກິໂລແມັດ, ເມືອງມະຫາໄຊ 36 ກິໂລ ແມັດ, ເມືອງຍົມມະລາດ 63 ກິໂລແມັດ ແລະ ເມືອງບົວ ລະພາ 22 ກິໄລແມັດ), ກວມເນື້ອທີ່ທັງໝົດ 1.628,40 ເຮັກຕາ, ກວມ 48 ບ້ານ 2.210 ຄອບຄົວ ແລະ ມີຕອນດິນ 3.148 ຕອນ. ໂຄງການດັ່ງກ່າວ, ໄດ້ຮັບຮອງມູນຄ່າການຊົດເຊີຍແລ້ວ ຕາມມະຕິຄະນະປະຈຳສະພາປະຊາຊົນແຂວງຄໍາມ່ວນ ແລະ ຂໍ້ຕົກລົງຂອງເຈົ້າ ແຂວງ ວ່າດ້ວຍການນໍາໃຊ້ນະໂຍບາຍວ່າດ້ວຍການທົດແທນຄ່າເສຍຫາຍເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ, ຄາດຄະເນມູນຄ່າການລົງທຶນທັງໝົດ 1.339 ລ້ານໂດລາສະຫະລັດ ແລະ ມີອາຍຸສຳປະທານ 50 ປີ.

ທີ່ມາຂ່າວ: ຂປລ

Related Articles

Leave a Reply