ສູນບໍລິການສຸຂະພາບ ແລະ ສູນການຄ້າ NDP ຢູ່ວິທະຍາເຂດດົງໂດກທີ່ຈະກໍສ້າງໃນໄວໆນີ້ແມ່ນແນ່ໃສ່ສົ່ງເສີມດ້ານຂະແໜງການສຶກສາ ແລະ ສາທາລະນະສຸກ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝໂດຍຈະສຸມໃສ່ໃນການສ້າງສິ່ງອຳນວຍຄວາມສະດວກແບບຄົບວົງຈອນ ເປັນຕົ້ນ: ສູນບໍລິການສຸຂະພາບ, ວິທະຍາໄລພະຍາບານ, ສູນຝຶກອົບຮົມດ້ານການສຶກສາ, ສູນດູແລຜູ້ສູງອາຍຸ, ຫໍພັກນັກສຶກສາ, ສູນກິລາ-ກາຍຍະກຳ, ສູນການຄ້າ ແລະ ການບໍລິການອື່ນໆ ທີ່ທັນສະໄໝ ຊຶ່ງມີມູນຄ່າການລົງທຶນສູງເຖິງ 33 ລ້ານໂດລາ.
ພິທີເຊັນສັນຍາໂຄງການກໍ່ສ້າງສູນດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ສໍານັກງານ ກຸ່ມບໍລິສັດພົງສະຫວັນ ຈໍາກັດ ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລະຫວ່າງວິສາຫະກິດຮຸ້ນສ່ວນພັດທະນາ ມະຫາວິທະຍາໄລແຫ່ງຊາດ ຈໍາກັດ ກັບ ກຸ່ມບໍລິສັດລົງທຶນກໍ່ສ້າງຫູໜານ-ບໍລິສັດ ຊິໂນຫູໜານພັດທະນາ ແລະ ວິສະວະກໍາ ສາກົນ ຈໍາກັດ ຈາກ ສປ ຈີນ, ລົງນາມໂດຍທ່ານ ຄອນພະຈັນ ໄຊຍະສຸກ ຜູ້ອໍານວຍການໃຫຍ່ ວິສາຫະກິດຮຸ້ນສ່ວນພັດທະນາ ມະຫາວິທະຍາໄລແຫ່ງຊາດ ຈໍາກັດ ກັບ ທ່ານ ຊູເຫີ ຜູ້ຈັດການໂຄງການບໍລິສັດ ຊິໂນຫູໜານພັດທະນາ ແລະ ວິສະວະກໍາສາກົນ ຈໍາກັດ.
ໂຄງການນີ້, ພາຍໃຕ້ການຊີ້ນຳ-ນຳພາ ແລະ ສະໜັບສະໜູນຈາກພາກລັດ ຄະນະອຳນວຍການ ມະຫາວິທະຍາໄລ ແຫ່ງຊາດລາວ ພ້ອມດ້ວຍຄູ່ຮ່ວມລົງທຶນຈາກ ວິສາຫະກິດຮຸ້ນສ່ວນ NDP ແລະ ບໍລິສັດ ຊິໂນຫູໜານ ພັດທະນາ ຈຳກັດ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັນຢ່າງໃກ້ຊິດ ໃນການຄົ້ນຄວ້າ ແລະ ຜັນຂະຫຍາຍແຜນງານໃຫ້ປາກົດຜົນສຳເລັດ ເພື່ອບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ຢ່າງມີປະສິດທິຜົນສູງສຸດ.
ສຳລັບໄລຍະເວລາໃນການກໍ່ສ້າງ ຈະເລີ່ມໃນເດືອນເມສາ 2026 ເຊິ່ງຄາດວ່າໂຄງການນີ້ ຈະກໍ່ສ້າງສຳເລັດສົມບູນແບບ ໃນປີ 2028.

