ສະຫະພັນບານເຕະອາຊີ (AFC) ໄດ້ມອບລາງວັນໃຫ້ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth, ໂດຍລາງວັນດັ່ງກ່າວ ແມ່ນໄດ້ຮັບພາຍຫຼັງທີ່ AFC ໄດ້ສົ່ງຕົວແທນທີ່ເປັນຊ່ຽວຊານດ້ານກິລາບານເຕະເຍົາວະຊົນ ມາສຳຫຼວດ ແລະ ປະເມີນຜົນງານທີ່ ສປປ ລາວ ໃນລະຫວ່າງ ວັນທີ 6-8 ມີນາ 2026.
ອີງຕາມແຜນຍຸດທະສາດຂອງ ສຕລ ວ່າດ້ວຍແຜນພັດທະນາບານເຕະເຍົາວະຊົນທີ່ໄດ້ປະກາດໃນປີ 2023, ຊຶ່ງໃນໄລຍະ 2 ປີຜ່ານມາ (2024-2025) ຜົນງານທີ່ພົ້ນເດັ່ນແມ່ນການສ້າງ ການແຂ່ງຂັນລີກເຍົາວະຊົນຂຶ້ນໃນ ປີ 2024 ພ້ອມທັງໂຄງການ Champa-Champi Elite, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາຄວາມສາມາດຂອງ FIFA (FIFA Talent Development Scheme ຫຼື ຮ້ອງສັ້ນໆກັນວ່າ FIFA TDS).
ສູນ Champa-Champi Elite ໄດ້ກາຍເປັນສູນກາງທີ່ສຳຄັນສຳລັບການຝຶກອົບຮົມ ແລະ ພັດທະນານັກກິລາບານເຕະ ແລະ ການແຂ່ງຂັນລະດັບຮາກຖານທີ່ກຳລັງດຳເນີນຢູ່ແມ່ນຈັດຂຶ້ນສຳລັບນັກກິລາອາຍຸລະຫວ່າງ 7-16 ປີ ເພື່ອສ້າງໂອກາດ ແລະ ປະສົບການຕົວຈິງໃຫ້ນ້ອງນັກກິລາໄດ້ສະແດງຄວາມສາມາດ ແລະ ເຂົ້າໃຈກະຕິກາການແຂ່ງຂັນບານເຕະຢ່າງເລິກເຊິ່ງ.
ນອກເໜືອຈາກການສ້າງເງື່ອນໄຂໃຫ້ນັກກິລາ, ລະບົບດັ່ງກ່າວ ຍັງຊ່ວຍໃຫ້ຄູຝຶກບານເຕະ ສາມາດພັດທະນາທັກສະຂອງເຂົາເຈົ້າຜ່ານວິທີການຝຶກອົບຮົມທີ່ທັນສະໄໝ, ເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບເກມ, ແລະ ອະນຸຍາດໃຫ້ເຂົາເຈົ້າສ້າງວິທີການເຮັດວຽກຂອງຕົນເອງພາຍໃນຂອບການເຮັດວຽກທີ່ສອດຄ່ອງກັບວິໄສທັດໄລຍະຍາວຂອງ ສຕລ,
ຜູ້ຊ່ຽວຊານຈາກ AFC ໄດ້ຊົມເຊີຍວຽກງານການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະສູນຝຶກອົບຮົມກິລາບານເຕະ ຢູ່ ຫຼັກ 16 ຫຼື ຮູ້ຈັກໃນນາມ ສູນຝຶກບານເຕະ ຈໍາປີ-ຈໍາປາ, ຊຶ່ງສະໜອງສະພາບແວດລ້ອມແບບມືອາຊີບສຳລັບນັກກິລາບານເຕະຊາວໜຸ່ມທັງຊາຍ ແລະ ຍິງ. ສູນດັ່ງກ່າວ ປະກອບມມີສະໜາມກິລາຂະໜາດມາດຕະຖານ 2 ສະໜາມ, ສະໜາມນ້ອຍ 2 ສະໜາມ, ສູນອອກກຳລັງກາຍ ແລະ ຫໍພັກນັກກິລາ ທີ່ສາມາດຮອງຮັບນັກກິລາໄດ້ພ້ອມກັນບໍ່ຕໍ່າກວ່າ 120 ຄົນ.
ເນື່ອງໃນໂອກາດອັນດີທີ່ໄດ້ຮັບການຍົກລະດັບຈາກ AFC, ທ່ານ ວິເພັດ ສີຫາຈັກຣ ປະທານ ສຕລ ໄດ້ກ່າວວ່າ: ໃນນາມ ສຕລ, ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການຍອມຮັບ ພາຍໃຕ້ໂຄງການ AFC Elite Youth, ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການເສີມສ້າງພື້ນຖານໂຄງລ່າງການພັດທະນາຊາວໜຸ່ມຂອງພວກເຮົາ ແລະ ສ້າງເສັ້ນທາງທີ່ຍືນຍົງສຳລັບນັກກິລາໄວໜຸ່ມ. ນີ້ແມ່ນບາດກ້າວທີ່ສຳຄັນສຳລັບ ສຕລ ແລະ ຈະກະຕຸ້ນພວກເຮົາໃຫ້ປັບປຸງໂຄງການດ້ານວິຊາການ, ມາດຕະຖານການຝຶກສອນ ແລະ ກິດຈະກຳບານເຕະລະດັບຮາກຖານຂອງພວກເຮົາໃຫ້ສູງຍິ່ງໆຂຶ້ນໄປ. ພວກເຮົາຍັງຄົງມຸ່ງໝັ້ນທີ່ຈະເຮັດວຽກຢ່າງໃກ້ຊິດກັບ AFC ເພື່ອເສີມຂະຫຍາຍລະບົບບານເຕະຊາວໜຸ່ມຂອງພວກເຮົາ ແລະ ສ້າງໂອກາດໃຫ້ນັກກິລາລາວໄດ້ກ້າວໄປສູ່ລະດັບພາກພື້ນ ແລະ ສາກົນ ໃນອະນາຄົດ.
ທີ່ມາ: ສຕລ

