ສປປ ລາວ ຈະຈັດງານສະເຫຼີມສະຫຼອງການ ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສ້າງຕັ້ງອົງການແຮງງານສາກົນຄົບຮອບ 55 ປີ ແລະ ວັນການສ້າງຕັ້ງອົງການແຮງງານສາ ກົນຄົບຮອບ 100 ປີ ໃນກາງເດືອນພະຈິກ ທີ່ຈະມາຮອດນີ້.
ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມໄດ້ກ່າວຢູ່ໃນງານຖະແຫຼງຂ່າວ ມື້ວານນີ້ 25/10/2019 ວ່າ: ກະຊວງແຮງ ງານ ແລະ ສະຫວັດ ດີການສັງຄົມ, ສູນກາງ ສະຫະພັນກໍາມະ ບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ອົງການແຮງງານສາກົນຈະໄດ້ຮ່ວມມືກັນຈັດງານດັ່ງກ່າວຂຶ່ນໂດຍມີຈຸດປະສົງ ເພື່ອໂຄ ສະນາ, ປູກຈິດສໍານຶກໃຫ້ແກ່ຊຸມ ຊົນໃນທົ່ວ ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງການສົ່ງ ເສີມການມີວຽກເຮັດງານທໍາ ແລະ ມີຄຸນຄ່າ, ວຽກເພື່ອອະນາຄົດທີ່ສົດໃສ, ຂະບວນການ ຄວາມ ຕ້ອງການຂອງຕະຫຼາດ ແຮງງານ, ການປົກປ້ອງ ແລະ ສົ່ງເສີມສິດ ຜູ້ອອກ ແຮງງານ ແລະ ຜູ້ໃຊ້ແຮງງານ.
ພ້ອມກັນນີ້ຍັງເປັນການສະແດງໃຫ້ເຫັນເຖິງ ການປະກອບສ່ວນອັນສໍາຄັນ ຂອງອົງການ ຈັດຕັ້ງສາມຝ່າຍ ຂອງລາວ ແລະ ອົງການ ແຮງງານສາກົນ ເຂົ້າໃນວຽກງານພັດທະນາ ເສດຖະກິດ-ສົງຄົມຂອງຊາດ ຕະຫຼອດໄລ ຍະຜ່ານມາ ແລະ ເສີມຂະຫຍາຍ ວຽກງານ ດ້ານມະນຸດສະທໍາ, ເພີ່ມທະວີໃຫ້ການຊ່ວຍ ເຫຼືອ ຜູ້ທີ່ອ່ອນແອ ແລະ ດ້ອຍໂອກາດໃນ ສັງຄົມ ໂດຍສະເພາະ ຜູ້ທຸກຍາກ, ແມ່ຍິງ ແລະ ຄົນພິການ ໃຫ້ໄດ້ເຂົ້າມາມີສ່ວນຮ່ວມ ແລະ ເຂົ້າເຖິງຂໍ້ມູນນຂ່າວສານດ້ານແຮງງານ ແລະ ອື່ນໆ.
ການສະເຫຼີມສະຫຼອງວັນດັ່ງກ່າວ ໄດ້ກຳນົດ ໃຫ້ມີ ກິດຈະກຳຈຳນວນໜຶ່ງ ແລະ ຈະໄດ້ ຈັດຂຶ້ນໃນວັນທີ 16-17 ພະຈິກ 2019 ທີ່ຈະມາເຖິງນີ້ ໂດຍພາຍໃຕ້ການຮ່ວມມື ກັນຂອງບັນດາພາກສວ່ນຕ່າງໆ.
ກິດຈະກຳຂອງງານສະເຫຼີມສະຫຼອງ ໃນຄັ້ງນີ້ ຈະປະກອບມີຫຼາຍກິດຈະກໍາເປັນຕົ້ນ:
ກິດຈະກໍາ “ຍ່າງເພື່ອສຸຂະພາບ” ກໍານົດ ຈະຈັດຂຶ້ນໃນວັນທີ 16/11/2019 ໂດຍພິທີ ເປີດການຍ່າງດັ່ງກ່າວ ຈະຈັດຢູ່ ປະຕູໄຊ ຍ່າງໄປຫາ ສູນການຄ້າວຽງຈັນ ເຊັນເຕີ, ຄາດວ່າຈະມີ ບັນດາແຂກຖືກເຊີນ ຈາກ ອົງການຈັດຕັ້ງພາກລັດ, ເອກະຊົນ ແລະ ມວນຊົນທັງໝົດປະມານ 1,000 ຄົນ.
ກິດຈະກຳ “ງານສໍາມະນາໃຫ້ຄໍາ ປຶກສາດ້ານ ແຮງງານ” ກໍານົດຈະຈັດ ຂື້ນໃນວັນທີ 16-17/11/19 ທີ່ສູນການ ຄ້າວຽງຈັນເຊັນເຕີ, ພາຍໃນງານຈະມີຮ້ານ ວາງສະແດງຕ່າງໆ ລວມທັງໝົດ 50 ຫົວ ໜ່ວຍ ຈາກທັງພາກລັດ ແລະ ເອກະຊົນ. ນອກຈາກນັ້ນ, ພາຍໃນງານແມ່ນຈະໄດ້ບໍ ລິການໃຫ້ຄໍາປຶກສາດ້ານກົດ ໝາຍຕ່າງໆ, ນິຕິກໍາລຸ່ມກົດໝາຍການຊອກຫາວຽກ ເຮັດງານທຳ, ການລົງບຽນຜູ້ຊອກວຽກ ເຮັດງານທໍາ ແລະ ຜູ້ໃຊ້ແຮງງານຢູ່ເວັບໄຊ ບໍລິການຈັດຫາງານສາທາລະນະຊົນ, ຂັ້ນຕອນການໄປເຮັດວຽກຢູ່ຕ່າງ ປະເທດແບບຖືກຕ້ອງ ແລະ ເຜີຍແຜ່ກ່ຽວ ກັບການເຄື່ອນຍ້າຍແຮງງານແບບປອດໄພ, ສະໜອງຂໍມູນດ້ານຫລັກສູດການຝຶກສີມືແຮງງານ ແລະ ຂຶ້ນທະບຽນນັກຮຽນນັກສຶກສາ, ການສ້າງແຜນເຮັດທຸລະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ວິທີການລົງທະບຽນສະ ຫມັກວຽກ ແລະ ດ້ານອື່ນໆ. ກິດຈະກໍາການແຂ່ງຂັນແຂ່ງຂັນສີມືແຮງງານ, ການວາງສະແດງຮູບພາບ ການເຄື່ອນໄຫວ ວຽກງານຂອງອົງການແຮງ ງານສາກົນ ແລະ ສາຍວິດີໂອກ່ຽວກັບງານສະເຫຼີມສະຫຼອງ ດັ່ງກ່າວໃນປີນີ້ອີກດ້ວຍ.
ຂ່າວ-ພາບ: ວຽງຈັນທາຍ