ຕະຫຼາດທຶນ ລາວ-ໄທ  ເຊັນສັນຍາຮ່ວມມື ເປີດໂອກາດລະດົມທຶນຂ້າມແດນ

ຕະຫຼາດທຶນ ລາວ-ໄທ  ເຊັນສັນຍາຮ່ວມມື ເປີດໂອກາດລະດົມທຶນຂ້າມແດນ

ຕະຫຼາດຫຼັກຊັບລາວ (LSX) ແລະ ຕະຫຼາດຫຼັກຊັບແຫ່ງປະເທດໄທ (SET) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ເຊື່ອມໂຍງຕະຫຼາດທຶນສອງປະເທດເຂົ້າຫາກັນ ໂດຍແນໃສ່ຊຸກຍູ້ການຈົດທະບຽນຄວບ (Dual Listing) ເຊິ່ງຈະເປັນການເປີດໂອກາດໃຫ້ນັກລົງທຶນ ແລະ ຜູ້ປະກອບການສາມາດລະດົມທຶນຂ້າມພົມແດນໄດ້ຢ່າງມີປະສິດທິພາບ.

ໂດຍພິທີລົງນາມມີຂຶ້ນເມື່ອບໍ່ດົນມານີ້ ທີ່ບາງກອກ ປະເທດໄທ ຮ່ວມລົງນາມໂດຍ ທ່ານ ສຽວສະຫວາດ ທີລະກຸນ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ແລະ ທ່ານ ອັດສະເດດ ຄົງສິຣິ, ກຳມະການ ແລະ ຜູ້ຈັດການ ຕະຫຼາດຫຼັກຊັບແຫ່ງປະເທດໄທ.

ຕາມການລາຍງານຈາກ ເວັບໄຊ SET, ບາດກ້າວສຳຄັນນີ້ຈະຊ່ວຍບູລະນາການຕະຫຼາດທຶນລະດັບພາກພື້ນ ພ້ອມທັງສ້າງທາງເລືອກໃໝ່ໃນການເຂົ້າເຖິງແຫຼ່ງທຶນໃຫ້ແກ່ບໍລິສັດຕ່າງໆ. 

ນອກຈາກການຊຸກຍູ້ການຊື້-ຂາຍຮຸ້ນຂ້າມປະເທດແລ້ວ, ຂໍ້ຕົກລົງສະບັບນີ້ຍັງກວມເອົາການພັດທະນາລະບົບນິເວດທາງທຸລະກິດ ຜ່ານການສ້າງເຄືອຂ່າຍ, ການຈັບຄູ່ທຸລະກິດ, ການແລກປ່ຽນອົງຄວາມຮູ້ດ້ານການວິໄຈ ແລະ ການຍົກລະດັບມາດຕະຖານການກຳກັບດູແລໃຫ້ມີຄວາມໂປ່ງໃສຫຼາຍຂຶ້ນ ເຊິ່ງຈະຊ່ວຍເພີ່ມສະພາບຄ່ອງໃຫ້ແກ່ຕະຫຼາດທຶນຂອງທັງສອງແຫ່ງຢ່າງເປັນຮູບປະທຳ.

ທ່ານ ອັດສະເດດ ຄົງສິຣິ, ກຳມະການ ແລະ ຜູ້ຈັດການ ຕະຫຼາດຫຼັກຊັບແຫ່ງປະເທດໄທ ກ່າວວ່າ ການເຮັດວຽກຮ່ວມກັບ LSX ຈະຊ່ວຍເປີດໂອກາດການລົງທຶນຂ້າມພົມແດນ ແລະ ສະໜັບສະໜູນການເຕີບໂຕຢ່າງຍືນຍົງ. 

ທ່ານກ່າວອີກວ່າ: ການຮ່ວມມືດັ່ງກ່າວແມ່ນສອດຄ່ອງກັບວິໄສທັດຂອງອົງກອນໃນການສ້າງຕະຫຼາດທີ່ໜ້າເຊື່ອຖື (Trusted Marketplace) ດ້ວຍສິນຄ້າຄຸນນະພາບທີ່ຫຼາກຫຼາຍ ຕະຫຼອດຈົນການເສີມສ້າງສັກກະຍະພາບໃຫ້ແກ່ຜູ້ຮ່ວມຕະຫຼາດ ແລະ ບຸກຄະລາກອນເພື່ອເຕີບໂຕໄປພ້ອມກັນ.

ຂະນະດຽວກັນ, ທ່ານ ສຽວສະຫວາດ ທີລະກຸນ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ລະບຸວ່າ ການລົງນາມໃນຄັ້ງນີ້ຄືຈຸດປ່ຽນສຳຄັນຂອງການພັດທະນາຕະຫຼາດທຶນລາວ. ທ່ານກ່າວຕື່ມວ່າ ການຮ່ວມມືດັ່ງກ່າວຈະຊ່ວຍຍົກລະດັບສັກກະຍະພາບຂອງຕະຫຼາດ, ຂະຫຍາຍໂອກາດການລົງທຶນ ແລະ ສົ່ງເສີມການເຊື່ອມໂຍງກັບຕະຫຼາດທຶນໃນພາກພື້ນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ທຸກພາກສ່ວນທີ່ກ່ຽວຂ້ອງ.

ການເຊື່ອມໂຍງຕະຫຼາດທຶນລະຫວ່າງສອງປະເທດເພື່ອນບ້ານນີ້ ບໍ່ພຽງແຕ່ເປັນການອຳນວຍຄວາມສະດວກທາງການເງິນເທົ່ານັ້ນ, ແຕ່ຍັງເປັນການວາງໂຄງລ່າງພື້ນຖານທີ່ເຂັ້ມແຂງ ເພື່ອສ້າງມູນຄ່າເພີ່ມໃນໄລຍະຍາວ ແລະ ຮອງຮັບການຂະຫຍາຍຕົວຂອງເສດຖະກິດໃນພາກພື້ນອາຊຽນໃນອະນາຄົດ.

ຕາມບົດລາຍງານຂອງ ຕະຫຼາດຫຼັກຊັບລາວ,​ໃນໄຕມາດທີ 4 ຂອງປີ 2025, ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ສະແດງໃຫ້ເຫັນເຖິງສະພາບຄ່ອງການຊື້ຂາຍທີ່ຄຶກຄື້ນ ແລະ ເຕີບໂຕຢ່າງກ້າວກະໂດດ ເຖິງແມ່ນວ່າດັດຊະນີຕະຫຼາດຈະມີການປັບຕົວຫຼຸດລົງກໍຕາມ. ມູນຄ່າການຊື້ຂາຍລວມໄດ້ເພີ່ມຂຶ້ນເຖິງ 151.77% ເມື່ອທຽບໃສ່ໄຕມາດກ່ອນໜ້າ, ຂະນະທີ່ມູນຄ່າຕະຫຼາດ (Market Capitalization) ກໍຂະຫຍາຍຕົວສູງຂຶ້ນເຖິງ 27.40% ໂດຍມີນັກລົງທຶນພາຍໃນປະເທດເປັນກຳລັງຫຼັກໃນການຂັບເຄື່ອນຕະຫຼາດ.

Related Articles

Leave a Reply