ເປີດນຳໃຊ້ ໂຄງການສາຍສົ່ງໄຟຟ້າ 500 kV ຍົກລະດັບການແລກປ່ຽນພະລັງງານສະອາດ ລາວ-ຈີນ 

ເປີດນຳໃຊ້ ໂຄງການສາຍສົ່ງໄຟຟ້າ 500 kV ຍົກລະດັບການແລກປ່ຽນພະລັງງານສະອາດ ລາວ-ຈີນ 

ໂຄງການສາຍສົ່ງໄຟຟ້າຂ້າມພົມແດນ 500 ກິໂລໂວນ ຈີນ-ລາວ ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ ເຊິ່ງຈະຊ່ວຍເພີ່ມກຳລັງການແລກປ່ຽນໄຟຟ້າສອງສົ້ນຂຶ້ນເຖິງ 1.500 ເມກາວັດ. 

ໂຄງການດັ່ງກ່າວມີເປົ້າໝາຍຊຸກຍູ້ການຫັນປ່ຽນສູ່ພະລັງງານສີຂຽວຂອງລາວ ໂດຍຄາດວ່າຈະສົ່ງພະລັງງານສະອາດໄດ້ເຖິງ 3 ຕື້ກິໂລວັດໂມງຕໍ່ປີ ແລະ ຫຼຸດຜ່ອນການປ່ອຍກາກບອນໄດ້ 2,5 ລ້ານໂຕນ ເຊິ່ງເປັນການສ້າງຜົນກະທົບເຊີງບວກອັນໃຫຍ່ຫຼວງຕໍ່ສິ່ງແວດລ້ອມ ແລະ ເສດຖະກິດໃນພາກພື້ນ.

ພິທີເປີດນຳໃຊ້ໄດ້ຈັດຂຶ້ນໃນວັນທີ 20 ເມສາ 2026 ທີ່ຜ່ານມາ ໂດຍໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ບັນດາການນຳລາວ, ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເປີດນຳໃຊ້ໂຄງການນີ້ຖືເປັນຂີດໝາຍອັນສຳຄັນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ ຄົບຮອບ 65 ປີ ໂດຍເປັນຜົນງານອັນພົ້ນເດັ່ນຕໍ່ຈາກໂຄງການທາງລົດໄຟລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ. 

ໂຄງການກໍ່ສ້າງນີ້ເລີ່ມຕົ້ນຂຶ້ນໃນເດືອນກຸມພາ 2025 ດ້ວຍຄວາມຍາວທັງໝົດ 177,5 ກິໂລແມັດ ທີ່ເຊື່ອມຕໍ່ຈາກແຂວງຢຸນນານຂອງຈີນ ເຂົ້າສູ່ແຂວງອຸດົມໄຊ ແລະ ຫຼວງນ້ຳທາຂອງລາວ ເຊິ່ງໃນຝັ່ງລາວແມ່ນມີການສ້າງສະຖານີໄຟຟ້າ 500 kV ແຫ່ງໃໝ່ ແລະ ສາຍສົ່ງ 230 kV ອີກສອງເສັ້ນເພື່ອເຊື່ອມເຂົ້າກັບຕາໜ່າງໄຟຟ້າພາກເໜືອ ພາຍໃຕ້ການຄຸ້ມຄອງຂອງບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ຮ່ວມກັບ ບໍລິສັດ ຕາໜ່າງໄຟຟ້າພາກໃຕ້ຈີນ (CSG).

ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າກ່າວວ່າ: ໂຄງການນີ້ ປຽບເໝືອນ ກຸນແຈສໍາຄັນ ທີ່ປົດລັອກຂໍ້ຈໍາກັດດ້ານການສົ່ງໄຟຟ້າ ເພື່ອມຸ່ງໜ້າສູ່ເສດຖະກິດທີ່ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ທ່ານກ່າວອີກວ່າ: ຖ້າພວກເຮົາປຽບ ເສັ້ນທາງລົດໄຟ ລາວ-ຈີນ ແມ່ນ “ກະດູກສັນຫຼັງແຫ່ງການຂົນສົ່ງ”, ໂຄງການສາຍສົ່ງນີ້ ກໍ່ອາດປຽບເໝືອນ “ເສັ້ນເລືອດໃຫຍ່” ທີ່ຈະເພີ່ມພະລັງໃຫ້ແກ່ເສດຖະກິດ ຂອງ ສປປ ລາວ ເພື່ອໃຫ້ການພັດທະນາຕາມແລວທາງເສດຖະກິດຕ່າງໆ ຂອງລາວ ຂະຫຍາຍຕົວຢ່າງແຂງແຮງ ແລະ ການໝູນໃຊ້ເຕັກໂນໂລຊີອັນທັນສະໄໝຈາກ ສປ ຈີນ ຜ່ານໂຄງການນີ້ ຈະຊ່ວຍໃຫ້ລະບົບຕາຂ່າຍໄຟຟ້າຂອງລາວ ກ້າວໄປສູ່ຄວາມໝັ້ນຄົງ, ທັນສະໄໝ ແລະ ສາມາດແຂ່ງຂັນໄດ້ໃນເວທີພາກພື້ນ ແລະ ສາກົນ.

ຄວາມໂດດເດັ່ນຂອງໂຄງການນີ້ແມ່ນການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຄຸ້ມຄອງການກໍ່ສ້າງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໃຫ້ໄດ້ຫຼາຍກວ່າ 90 ສ່ວນຮ້ອຍ. ທັງສອງຝ່າຍໄດ້ນຳໃຊ້ລະບົບຄຸ້ມຄອງສະຖານທີ່ກໍ່ສ້າງອັດສະລິຍະ ພ້ອມທັງໃຊ້ໂດຣນກວ່າ 30 ລຳ ແລະ ເຮລິຄອບເຕີ ເຂົ້າໃນການຂົນສົ່ງວັດສະດຸຫຼາຍກວ່າ 5.000 ໂຕນ ເພື່ອຫຼີກລ່ຽງການທຳລາຍພື້ນທີ່ປ່າໄມ້ 170 ກວ່າເຮັກຕາ. 

ພ້ອມດຽວກັນນີ້, ຍັງມີການນຳໃຊ້ເຕັກໂນໂລຊີ IoT, ໂດຣນ ແລະ ຫຸ່ນຍົນໝາ ເຂົ້າໃນການກວດກາຄວາມປອດໄພຢ່າງຊັດເຈນໃນຝັ່ງຈີນ ອີກດ້ວຍ ເຊິ່ງຖືເປັນການສ້າງມາດຕະຖານໃໝ່ໃຫ້ແກ່ໂຄງລ່າງພື້ນຖານສີຂຽວໃນພາກພື້ນ.

ນອກຈາກຄວາມກ້າວໜ້າທາງດ້ານເຕັກນິກແລ້ວ, ໂຄງການຍັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ຄົນທ້ອງຖິ່ນຫຼາຍກວ່າ 500 ຕຳແໜ່ງ ແລະ ຈັດການຝຶກອົບຮົມຍົກລະດັບສີມືແຮງງານຫຼາຍກວ່າ 1.600 ຄັ້ງ ພ້ອມທັງຮ່ວມກັນສ້າງວັດຈະນານຸກົມເຕັກນິກວິສະວະກຳໄຟຟ້າສອງພາສາລາວ-ຈີນ ເພື່ອທຳລາຍອຸປະສັກທາງດ້ານພາສາ. 

Related Articles

Leave a Reply