ເພື່ອປູກຈິດສຳນຶກໃຫ້ແກ່ ນັກຮຽນ ນຳໃຊ້ເຂົ້າໃນບົດຮຽນ ແລະ ພັດທະນາຕົນ ເອງໄປເທື່ອລະກ້າວ ແລະ ທັງເປັນການສ້າງຂະບວນການຕ້ອນຮັບວັນຊາດທີ 2 ທັນວາ ທີ່ຈະມາເຖິງນີ້, ກອງລະຄອນຕຸກກະຕາແຫ່ງຊາດ ໄດ້ລົງເຄື່ອນໄຫວ ສະແດງລະຄອນຕຸກກະຕາ ຢູ່ຕາມໂຮງຮຽນປະຖົມ ເປົ້າໝາຍ ທີ່ເມືອງອານຸວົງ ແຂວງໄຊສົມບູນ.
ການສະແດງໃນຄັ້ງນີ້ ມີທັງໝົດ 6 ລາຍການ ຄື: ລະຄອນເລື່ອງເດັກຂີ້ດື້ ເປົ້າໝາຍແມ່ນເພື່ອຢາກໃຫ້ນັກຮຽນດຸໝັ່ນມາໂຮງຮຽນ ແລະ ຕັ້ງໃຈຮຽນໜັງສື, ການສະແດງຫຸ່ນຮ້ອງເພງ ຊື່ວ່າ ອຸປະຕິເຫດ ເພື່ອຢາກໃຫ້ນັກຮຽນໄດ້ເຫັນ ການຂັບຂີ່ທີ່ຖືກຕ້ອງ ແລະ ຕ້ອງມີຄວາມລະມັດລະວັງໃນການຂັບຂີ່, ລະຄອນເລື່ອງສັງສິນໄຊ ຕອນທີ 1 ທີ່ຍັກກຸມພັນ ໄປລັກເອົານາງສຸມຸນທາ, ການສະແດງລະຄອນເລື່ອງສັງສິນໄຊ ຕອນທີ່ 2 ທີ່ໄປນໍາເອົານາງ ສະມຸນທາກັບຄືນມາ, ລະຄອນເລື່ອງລູກຜູ້ຊາຍຫຼົງຜິດເລື່ອງນີ້ຢາກສ່ອງແສງ ໃຫ້ເຫັນເຖິງການໃຊ້ຈ່າຍຕ່າງໆ ຕ້ອງມີຄວາມປະຫຍັດ ມັດທະຍັດ ພ້ອມທັງຢາກໃຫ້ຮູ້ເຖິງການອະນຸລັກຮັກສາສິ່ງແວດລ້ອມ, ປ່າໄມ້ ແລະ ສັດປ່າ, ສຸດທ້າຍແມ່ນການສະແດງສິລະປະແອບເຂົ້າ.
ການແດງຂອງກອງລະຄອນຕຸກກະຕາແຫ່ງຊາດຄັ້ງນີ້ ແມ່ນໄດ້ເລີ່ມແຕ່ວັນທີ 13 ຫາ 16 ພະຈິກ 2019.
ຂ່າວ: ວຽງຈັນທາຍ
ພາບ: ພຸດທະສອນ
