ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ ໝາຍເລກ 1 ຈ່າຍເງີິນ ຄ່າຊົດເຊີຍ ແລະ ທົດແທນຄ່າເສຍຫາຍ ຈຳນວນ 4,6 ຕື້ກີບ ໃຫ້ 19 ຄອບຄົວທີ່ມີສ່ວນຮ່ວມໃນໂຄງການໄປແລ້ວໃນມື້ວັນທີ 19 ເດືອນພະຈິກ.
ພິທີມອບ-ຮັບເງິນຊົດເຊີຍຄັ້ງທີ 1 ໄດ້ຈັດຂຶ້ນ ຢູ່ສະໂມສອນ ເມືອງ ໄຊທານີ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນ ຫຼວງວຽງຈັນ ທັງເປັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ.
ຄອບຄົວທີ່ໄດ້ຮັບເງິນໃນຄັ້ງນີ້ ເປັນເຈົ້າຂອງດິນ 19 ຕອນ ຢູ່ ເມືອງ ໄຊທານີ ແລະ ເມືອງ ໄຊເສດຖາ ທີ່ນອນຢູ່ໃນເຂດໂຄງການກໍ່ສ້າງທາງດັ່ງກ່າວ. ເນື້ອທີ່ດິນ ທີ່ໄດ້ຮັບການຊົດເຊີຍໃນຄັ້ງທີ 1 ນີ້ ມີຈຳນວນ 41.209 ຕາແມັດ ຫຼື 4,12 ເຮັກຕາ.
ການມອບ-ຮັບເງີນໃຫ້ເຈົ້າຂອງດິນ19 ຕອນນີ້ເປັນພຽງສ່ວນໜຶ່ງຂອງຄອບ ຄົວທັງທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວ.
ທ່ານ ບຸນທຳ ພຸດທະວົງສາ ຫົວໜ້າພະແນກ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ພິທີດັ່ງກ່າວວ່າ: ໂຄງການກໍ່ສ້າງທາງດວ່ນ ນະຄອນຫຼວງວຽງຈັນ ໝາຍເລກ 1 ມີຄວາມຍາວ 15,9 ກິໂລແມັດ ໄດ້ກວມເອົາ 535 ຕອນດິນຢູ່ 14 ບ້ານ ຂອງເມືອງ ໄຊເສດຖາ ແລະ 333 ຕອນດີິນຢູ່ 7 ບ້ານ ຂອງ ເມືອງ ໄຊທານີ ລວມຕອນ ດິນທັງໝົດໃນສອງເມືອງມີ 838 ຕອນ. ຈຳນວນສິ່ງປຸກສ້າງທັງໝົດມີ 160 ຫຼັງ ໃນນີ້ ຢູ່ເມືອງ ໄຊເສດຖາ ມີຈຳນວນ 134 ຫຼັງ ແລະ 26 ຫຼັງ ຢູ່ເມືອງ ໄຊທານີ.
ມູນຄ່າຊົດເຊີຍທັງໝົດຂອງໂຄງການ ປະມານ 353,2 ຕື້ກີບ ຫຼື 41,2 ລ້ານໂດລາສະຫະລັດ ອາເມລິກາ.
ການຊົດເຊີຍທັງໝົດຄາດວ່າຈະໃຫ້ສຳເລັດພາຍໃນ ວັນທີ 30 ເດືອນທັນວາ ປີ 2019 ນັບແຕ່ວັນທີ 18 ເດືອນພະຈິກປີນີ້ເປັນຕົ້ນໄປ ເພືື່ອໃຫ້ການກໍ່ສ້າງ ສາມາດດຳເນີນໄປໄດ້ ໃນຕົ້ນ ເດືອນມັງກອນ ປີ 2020.
ໂຄງການກໍ່ສ້າງທາງດວ່ນ ນະຄອນຫຼວງວຽງຈັນ ໝາຍເລກ 1 ແມ່ນ ນອນໃນແຜນຍຸດທະສາດຂອງການພັດທະນາຂອງ ນະຄອນຫຼວວຽງຈັນ.
ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ທັງເປັນ ຫົວໜ້າ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈ ຕໍ່ພໍ່ແມ່ປະຊາຊົນ ຜູ້ທີ່ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ຕໍ່ການພັນທະນາ ຂອງໂຄງການນີ້.
ທ່ານ ສິນ ທຳມະວົງສາ ອາໄສຢູ່ ບ້ານ ໂພນທັນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນຜູ້ໜຶ່ງໃນ 19 ຄອບຄົວທີ່ມີດິນຢູ່ ບ້ານນາແຄ ເມຶືອງ ໄຊທານີ ໄດ້ມາຮັບເອົາຄ່າຊົດເຊີຍເຊັ່ນກັນ. ທ່ານ ກ່າວວ່າ: ລາວ ມີດິນໜຶ່ງຕອນຢູ່ບ້ານ ນາແຄ ມີເນື້ອທີ່ 3 ເຮັກຕາ ແຕ່ມີພຽງ 400 ຕາແມັດ ຖືກກະທົບຈາກໂຄງການ. ເພີ່ນເວົ້າວ່າ: ລາວກະຮູ້ສຶກດີໃຈທີ່ສຸດທີ່ໄດ້ຮັບຜົນ ຕອບແທນທີ່ໜ້າເພິ່ງພໍໃຈຈາກໂຄງການ ແລະ ການເສຍສະຫຼະເນື້ອທີ່ ດິນຂອງເພີ່ນ ເປັນການປະກອບສ່ວນຕໍ່ການພັດທະນາ.
ທ່ານ ບຸນຈັນ ຈາຊົວກ້າວ ຮອງເຈົ້າເມືອງ ເມືອງ ໄຊທານີ ເວົ້າວ່າ: ໃນຈຳນວນ 19 ຄອບຄົວທີ່ມາຮັບຄ່າຊົດເຊີຍນີ້ ມີຈຳນວນ 13 ຄອບຄົວ ແມ່ນຢູ່ເມືອງ ໄຊທານີ ແລະ ສ່ວນທີ່ເຫຼືອແມ່ນຢູ່ ເມືອງ ໄຊເສດຖາ.
ການກໍ່ສ້າງໂຄງການທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ຈະດຳເນີນໂດຍ ບໍລິສັດທາງດ່ວນ ໝາຍເລກ 1 ນະຄອນຫຼວງວຽງ ຈັນຈຳກັດຜູ້ດຽວ.
ຈຸດເລີ່ມຕົ້ນຂອງໂຄງການນີ້ ແມ່ນຢູ່ເຂດເສຖະກິດພິເສດບຶງທາດຫຼວງ ຜ່ານບ້ານຕ່າງໆຂອງ ເມືອງ ໄຊເສດຖາ ໄປສິ້ນສຸດຢູ່ ເຂດດົງໝາກຄາຍ ເມືອງ ໄຊທານີ.
ໂຄງການນີ້ ຄາດວ່າຈະຊ່ວຍຫຼຸດຜ່ອນຄວາມແອອັດຂອງການສັນຈອນຕາມ ເສັ້ນທາງ ໄກສອນ ພົມວິຫານ.
ຂ່າວ: ມະນີຈັນ
ພາບ: ຕ້ອມ