ອົງການສະຫະພາບເອີຣົບ ປະຈຳ ສປປ ລາວ ຮ່ວມກັບບັນດາປະເທດສະມາຊິກເອີຣົບ ໄດ້ຖະແຫຼງການໃນວັນທີ 19 ພະຈິກ 2019 ທີ່ ນະຄອນຫຼວງວຽງຈັນ ກ່ຽວກັບງານເທດສະການຮູບເງົາເອີຣົບຄັ້ງທຳອິດໃນ ສປປ ລາວ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 26-30 ພະຈິກ ທີ່ນະຄອນຫຼວງວຽງຈັນ.
ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ກ່າວວ່າ ງານດັ່ງກ່າວຈະເປັນພິທີ ແລະ ເຫດການສຳຄັນອັນໜຶ່ງ ຂອງສະຫະພາບເອີຣົບ ທີ່ໄດ້ຈັດຂຶ້ນຢູ່ ສປປ ລາວ.
ງານຮູບເງົາຄັ້ງປະຖົມມະລຶກນີ້ ຈະປະກອບດ້ວຍຮູບເງົາເອີຣົບຫຼາຍສິບເລື່ອງ ທີ່ສະທ້ອນໃຫ້ເຫັນເຖິງທັດສະນະທີ່ຫຼາກຫຼາຍ, ປະຫວັດສາດ ແລະ ວັດທະນະທຳ ໃນທົ່ວຂົງເຂດເອີຣົບ. ໃນອາທິດຂອງການສາຍຮູບເງົານີ້, ອົງການສະຫະພາບເອີຣົບຈະນຳສະເໜີຮູບເງົາ ຫຼາຍເລື່ອງ ທີ່ໄດ້ຮັບລາງວັນຫຼາຍລາຍການ ເພື່ອໃຫ້ຄົນລາວໄດ້ຮັບຊົມ ເຊິ່ງບໍ່ເຄີຍເຫັນມາກ່ອນໃນນະຄອນຫຼວງວຽງຈັນ ແລະ ທຸກຄົນສາມາດເຂົ້າຮ່ວມງານດັ່ງກ່າວໂດຍບໍ່ມີຄ່າໃຊ້ຈ່າຍຫຍັງ.
ງານເທດສະການຮູບເງົາ ຈະເລີ່ມຈັດຂຶ້ນແຕ່ວັນທີ 26 ພະຈິກ ເປັນຕົ້ນໄປ ຢູ່ຫ້ອງການສະຖານເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ຈາກນັ້ນຈະມີການສາຍຮູບເງົາທີ່ສະຖາບັນຝຣັ່ງ ໃນລະຫວ່າງວັນທີ 27 ພະຈິກ, ຢູ່ສະຖານເອກອັກຄະລັດຖະທູດອັງກິດ ໃນວັນທີ 28 ພະຈິກ ແລະ ຢູ່ເຂດສວນເຈົ້າອານຸວົງ ແຕ່ວັນທີ 29-30 ພະຈິກ.
ທ່ານ ລີໂອ ຟາເບີ ຍັງໃຫ້ແຈ້ງຮູ້ອີກວ່າ ຄຽງຄູ່ກັບງານເທດສະການຮູບເງົາ, ງານເທດສະການອາຫານເອີຣົບຄັ້ງທີ 8 ກໍ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 29-30 ພະຈິກ ທີ່ແຄມຂອງເຊັ່ນດຽວກັນ. ເທດສະການດັ່ງກ່າວຈະເລີ່ມແຕ່ເວລາ 11:00 ໂມງ – 22:00 ໂມງ. ງານດັ່ງກ່າວຈະປະກອບດ້ວຍຜູ້ປະກອບການດ້ານອາຫານທີ່ມີຊື່ສຽງຫຼາຍສິບຮ້ານມາມາຈາກປະເທດຝຣັ່ງ, ແອັດສະປາຍ, ອີຕາລີ, ເຢຍລະມັນ, ເບວຢ້ຽມ ແລະ ຣັດເຊຍ ເຂົ້າຮ່ວມໃນງານດັ່ງກ່າວ ແລະ ຜູ້ເຂົ້າທ່ຽວຊົມງານຈາກ ສປປ ລາວ ຈະມີໂອກາດມ່ວນຊື່ນກັບການຊິມລົດຊາດອາຫານ ທີ່ແຊບ ແລະ ໜ້າປະທັບໃຈໃນລາຄາທີ່ສົມເຫດສົມຜົນ.
ຂ່າວ-ພາບ: ວິສິດ