ກອງບັນຊາການທະຫານເມືອງຫົງສາ ແຂວງໄຊຍະບູລີ ໄດ້ລາຍງານໃນຕອນບ່າຍທີ່ຜ່ານມາ ຂອງວັນທີ 21 ພະຈິກ 2019 ວ່າ ຈາກເຫດການແຜ່ນດິນໄຫວທີ່ໄດ້ເກີດຂຶ້ນໃນຕອນເຊົ້ານີ້ ແມ່ນສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນ ແລະ ບັນດາຫ້ອງການລັດ ພ້ອມທັງຫົວໜ່ວຍທຸລະກິດ ຫຼາຍພໍສົມຄວນ.
ຕາມການເກັບກຳຂໍ້ມູນໃນເບື້ອງຕົ້ນຂອງກອງບັນຊາເມືອງໄດ້ໃຫ້ຮູ້ວ່າ ຈຳນວນເຮືອນຂອງປະຊາຊົນທີ່ເປ່ເພມີ 16 ຫຼັງ ຄື ບ້ານຫ້ວຍຈ້ວງ 12 ຫຼັງ, ບ້ານ ໂພນສູງ 3 ຫຼັງ ແລະ ບ້ານ ໜອງຫຼວງ 1 ຫຼັງ. ນອກຈາກນີ້ ຍັງມີຫ້ອງການບ້ານ 1 ຫຼັງ, ຫ້ອງການກຸ່ມບ້ານ 2 ຫຼັງ, ສິມວັດສີມຸງຄຸນ, ຮ້ານບັນເທິງ ແລະ ທະນາຄານພົງສະຫວັນ.
ຜົນການເສຍຫາຍແມ່ນ ເຮືອນປະຊາຊົນສວ່ນຫຼາຍແຕກຫຍະລົງເປັນດ້ານ, ດິນເຮືອນຫຍຸບ, ຝາທະລົ່ມທັງສີ່ດ້ານ, ເຊິ່ງສວ່ນໃຫຍ່ແມ່ນບໍ່ສາມາດອາໃສຢູ່ໄດ້.
ນອກຈາກນີ້ ຍັງມີການລາຍງານໃນເບື້ອງຕົ້ນຈາກເຈົ້າເມືອງ ເມືອງຫົົງສາວ່າ ສວ່ນໃຫຍ່ແມ່ນເຮືອນປະຊາຊົນແຕກລ້າວ, ເສົາໄຟຟ້າເນີ້ງ ແລະ ແຕ່ພິເສດແມ່ນ ໂຮງໄຟຟ້າ ດັບສອງເຄື່ອງ, ແຕ່ຂໍ້ມູນລະອຽດຍັງເກັບກັບບໍ່ທັນໄດ້.
ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານໃນຕອນເຊົ້າວ່າ: ໃນວັນທີ 21 ພະຈິກ 2019 ເກີດມີສະພາບແຜນດິນໄຫວໃນຂອບເຂດ ສປປ ລາວ ໃນຈໍານວນ 18 ຄັນ, ຊຶ່ງຄັ້ງທີ 2 ມີຄວາມແຮງ 59 ຣິກເຕີ ເວລາ 4 ໂມງ 03 ນາທີ, ຄັ້ງທີ 17 ມີຄວາມແຮງ 6,4 ຣິກເຕີ ເວລາ 6 ໂມງ 50 ນາທີ ຢູ່ເມືອງ ຫົງສາ ແຂວງ ໄຊຍະບູລີ ແລະ ຮູ້ສຶກສັ່ນສະເທືອນໃນບັນດາແຂວງພາກເໜືອຈົນເຖິງນະຄອນຫຼວງວຽງຈັນ ແລະ ບັນດາປະເທດເພື່ອນບ້ານໃກ້ຄຽງ.
ກົມດັ່ງກ່າວຍັງໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນທີ່ຢູ່ໃນເຂດດັ່ງກ່າວຈົ່ງມີສະຕິລະວັງຕົວຕໍ່ກັບສະພາບການເກີດແຜ່ນດິນໄຫວ ແລະ ໃຫ້ຕິດຕາມຂໍ້ມູນຂາວສານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຕາມແຕ່ລະໄລຍະ.
ມາເຖິງປະຈຸບັນ ເວລາ ປະມານ 19 ໂມງ ຂອງມື້ນີ້ ກໍ່ຍັງມີການສັ່ນສະເທືອນຢູ່ ເຮັດໃຫ້ຫຼາຍຄອບຄົວໄດ້ມາພັກຢູ່ເດີ່ນໂຮງຮຽນ ມັດທະຍົມສຶກສາ ກິວມີໄຊ ຢູ່ເມືອງໄຊສະຖານ.
ຂ່າວ: ສຸກນີລັນດອນ
ພາບ: ເປິ້ນ ພັນທຸລັກ