ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ແຈ້ງມື້ວານນີ້ ໃຫ້ຮູ້ວ່າ : ບັນດາເຂື່ອນຕ່າງໆທີ່ຢູ່ໃກ້ຄຽງເຂດທີ່ເກີດແຜ່ນດິນໄຫວໃນຕອນເຊົ້າມື້ ວັນທີ 21 ພະຈິກ 2019 ຢູ່ແຂວງໄຊຍະບູລີ ບໍ່ພົບຄວາມເສຍຫາຍອັນໃດຕໍ່ລະບົບໂຄງສ້າງສຳຄັນ ມີແຕ່ພົບຮອຍແຕກແຫງຢູ່ຝາໂບກປູນຂອງອາຄານບາງສ່ວນ ຢູ່ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາເທົ່ານັ້ນ. ໃນໄລຍະທີ່ເກີດແຜ່ນດິນໄຫວໄດ້ສັ່ງໃຫ້ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາ ແລະ ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີຢຸດການຜະລິດໄຟຟ້າຊົ່ວຄາວ. ຮອດປັດຈຸບັນນີ້ ເຂື່ອນໄຟຟ້ານໍ້າຂອງໄຊຍະບູລີໄດ້ເດີນເຄື່ອງຜະລິດໄຟຟ້າເປັນປົກກະຕິແລ້ວ ຍັງເຫຼືອແຕ່ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາເທົ່ານັ້ນ ທີ່ກຳລັງກວດສອບຄວາມເສຍຫາຍຂອງເຄື່ອງຈັກໜ່ວຍທີ 3 ຖ້າກວດກາບໍ່ພົບເຫັນຄວາມເສຍຫາຍອັນໄດກໍ່ຈະສາມາດເດີນເຄື່ອງຜະລິດໄຟຟ້າໄດ້ປົກກະຕິໃນຕອນບ່າຍຂອງມື້ນີ້ ທີ 22 ພະຈິກ 2019, ສ່ວນເຄື່ອງຈັກໜ່ວຍທີ 1 ແລະ 2 ແມ່ນຈະຕ້ອງສືບຕໍ່ກວດກາຄວາມປອດໄພ ແລະ ສ້ອມແປງຈໍານວນໜຶ່ງໃຫ້ມີຄວາມຮັບປະກັນກ່ອນ ຊຶ່ງຈະໃຊ້ເວລາກວດສອບປະມານ 2-3 ມື້ ຈຶ່ງຈະສາມາດເດີນເຄື່ອງໄດ້ປົກກະຕິ.
ສະເພາະເຂື່ອນໄຟຟ້າທີ່ຢູ່ໃກ້ຄຽງກັບແຜ່ນດິນໄຫວດັ່ງກ່າວ ປະກອບມີເຂື່ອນ ນໍ້າທາ 1, ນໍ້າແບງ, ນໍ້າອູ 2,5 ແລະ 6, ນໍ້າຄານ 2 ແລະ 3, ນໍ້າງື່ມ 1, 2 ແລະ 5 ແລະ ເຂື່ອນອື່ນໆໃນຂອບເຂດທົ່ວປະເທດ ແມ່ນບໍ່ມີຜົນກະທົບຫຍັງ.
ຂ່າວ: ສົມພາວັນ
ພາບ: ໂຮງໄຟຟ້າຫົງສາ