Vientiane Times Lao
 ໂຮງໝໍ 103 ປ່ຽນຊື່ມາເປັນ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ 

 ໂຮງໝໍ 103 ປ່ຽນຊື່ມາເປັນ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ 

ອີງຕາມຂໍ້ຕົກລົງຂອງກະຊວງການປ້ອງກັນປະເທດ ວ່າດ້ວຍການນຳໃຊ້ເຄື່ອງໝາຍໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ອີງຕາມໜັງສືສະເໜີຂອງກົມໃຫ່ຍພາລາທິການກອງທັບວ່າດ້ວຍການຂໍປ່ຽນຊື່ ໂຮງໝໍ 103 ມາເປັນ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ. ດັ່ງນັ້ນ ກະຊວງປ້ອງກັນປະເທດ ໄດ້ຕົກລົງປ່ຽນຊື່ຈາກ ໂຮງໝໍ 103 ມາເປັນ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ມີຖານະທຽບເທົ່າກອງພົນທີ່ຂຶ້ນກັບກົມໃຫ່ຍພາລາທິການກອງທັບ ກະຊວງປ້ອງກັນປະເທດ ໂດຍມອບໃຫ້ກົມໃຫ່ຍພາລາທິການກອງທັບ ກະຊວງປ້ອງກັນປະເທດ ຊີ້ນຳໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໃນການ ປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດການເຄື່ອນໄຫວ ໂດຍມີການຈັດຕັ້ງແນະນຳ ແລະ ມອບໝາຍໃຫ້ເປັນອັນລະອຽດຕື່ມ. ມອບໃຫ້ບັນດາກົມໃຫ່ຍ, ອົງການທຽບເທົ່າ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນຈົ່ງຮັບຮູ້, ຈັດຕັ້ງປະຕິບັດເຂັ້ມງວດ ແລະ ຖືກຕ້ອງ, ການປ່ຽນຊື່ໂຮງໝໍດັ່ງກ່າວ ແລະ ພາລະບົດບາດຕ່າງໆ ແມ່ນນັບແຕ່ມື້ລົງລາຍເຊັນເປັນຕົ້ນມາ ແຕ່ວັນທີ 07 ຕຸລາ 2019 ເຊັນ ແລະ ປະທັບຕາໂດຍ ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ . 

ຂ່າວ: ສົມພາວັນ

ພາບ: Gyon Kim

Related Articles

Leave a Reply