Vientiane Times Lao
ສປປ ລາວ ໃຫ້ຄວາມສຳຄັນປົກປ້ອງ ແມ່ຍິງ, ເດັກນ້ອຍ ແລະ ດູແລຜູ້ອາຍຸສູງ

ສປປ ລາວ ໃຫ້ຄວາມສຳຄັນປົກປ້ອງ ແມ່ຍິງ, ເດັກນ້ອຍ ແລະ ດູແລຜູ້ອາຍຸສູງ

ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນບວກສາມ (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 6 ໄດ້ປຶກສາຫາລື ການສ້າງຄວາມເຂັ້ມແຂງວຽກງານປົກປ້ອງສັງຄົມສໍາລັບເດັກດ້ອຍໂອກາດໃນອາຊຽນ.

ໂດຍການເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາ ອາຊຽນບວກສາມ ພ້ອມທັງ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ ໄດ້ປິດລົງຢ່າງເປັນທາງການ ມື້ເຊົ້ານີ້ ວັນທີ 22 ພະຈິກ 2019, ທີ່ ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ.  

ກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນທົບທວນຄືນຜົນສໍາເລັດການຮ່ວມມືລະຫວ່າງ ບັນດາປະເທດ ສະມາຊິກ   ອາຊຽນ ແລະ ອາຊຽນ ບວກສາມ ຄັ້ງທີ 5 ທີ່ ຈາກາຕາ ປະເທດ ອິນໂດເນເຊຍ ເປັນຕົ້ນມາ ພ້ອມທັງ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການສ້າງຄວາມເຂັ້ມແຂງວຽກປົກປ້ອງສັງຄົມສໍາລັບເດັກດ້ອຍໂອກາດໃນອາຊຽນ ຊຶ່ງຄະນະຜູ້ແທນລາວ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມວ່າ ໃນໄລຍະທີ່ຜ່ານມາ ສປປ ລາວ ໄດ້ເອົາໃຈໃສ່ຮ່ວມມືກັບບັນດາປະເທດອາຊຽນ ບວກສາມ ໃນການຈັດຕັ້ງປະຕິບັດກິດຈະກໍາ ການສົ່ງເສີມວຽກປົກປ້ອງສິດຜົນປະໂຫຍດ ແມ່ຍິງ ແລະ ເດັກນ້ອຍ, ການເບິ່ງແຍງດູແລຜູ້ອາຍຸສູງ ແລະ ການຊ່ວຍເຫລືອຜູ້ພິການ ເພື່ອໃຫ້ເຂົ້າເຖິງການບໍລິການດ້ານຕ່າງໆໃນລະບົບປົກປ້ອງສັງຄົມ. ພ້ອມດຽວກັນນີ້, ກໍໄດ້ສ້າງຄວາມອາດສາມາດໃຫ້ພະນັກງານຂັ້ນສູນກາງຈົນຮອດທ້ອງຖິ່ນ, ການປູກຈິດສໍານຶກໃຫ້ແກ່ເດັກນ້ອຍ, ຄອບຄົວ ແລະ ຊຸມຊົນໃຫ້ຮັບຮູ້ເຂົ້້າໃຈກ່ຽວກັບສິດທິແມ່ຍິງ ແລະ ເດັກນ້ອຍ ພ້ອມທັງສ້າງສິ່ງອໍານວຍຄວາມສະດວກທີ່ຈຳເປັນໃນການເຂົ້າເຖິງການບໍລິການຕ່າງໆ.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ບວກສາມ ຄັ້ງທີ 14 ກ່ຽວກັບຄວາມຄືບໜ້າການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນບວກສາມ; ການແລກປ່ຽນຄໍາຄິດເຫັນຕໍ່ກອງປະຊຸມພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງວຽກປົກປ້ອງສັງຄົມສໍາລັບເດັກດ້ອຍໂອກາດໃນອາຊຽນ” ແລະ ອາຊຽນບວກສາມ; ແລະ ຕີລາຄາສູງຕໍ່ການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ ບວກສາມ ຊຶ່ງຍາມໃດກໍ່ໃຫ້ການສະໜັບສະໜູນຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືໃນໄລຍະຜ່ານມາ ແລະ ໃຫ້ຄໍາໝັ້ນສັນຍາຕໍ່ໂຄງການທີ່ສະເໜີໃໝ່ ໂດຍປະເທດສະມາຊິກອາຊຽນ ຢ່າງເໝາະສົມ. ກອງປະຊຸມຍັງໄດ້ສະເໜີໃຫ້ບັນດາປະເທດອາຊຽນບວກສາມ ສືບຕໍ່ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອດ້ານຕ່າງໆ ໃນການສ້າງຄວາມອາດສາມາດໃຫ້ບຸກຄະລາກອນ, ການຊ່ວຍ ເຫລືອ ແລະ ປົກປ້ອງເດັກ, ຜູ້ພິການ, ຜູ້ອາຍຸສູງ ແລະ ກຸ່ມຄົນດ້ອຍໂອກາດອື່ນ ໂດຍຜ່ານໂຄງການຂອງອາຊຽນ ຫລື ໂຄງການຮ່ວມມືສອງຝ່າຍຕາມຄວາມເໝາະສົມ, ພ້ອມທັງພິຈາລະນາຮ່ວມກັນ ຮັບຮອງເອົາຖະແຫລງການຮ່ວມກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ບວກສາມ ຄັ້ງທີ 6 ອີກດ້ວຍ.

ຂ່າວ : ສົມພາວັນ 

ພາບ : ເພັດໂພໄຊ

Related Articles

Leave a Reply