ກະຊວງການຕ່າງປະເທດ-ວິທະຍາໄລເຕັກນິກປາກປ່າສັກ ຈັດກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ

ກະຊວງການຕ່າງປະເທດ ຮ່ວມກັບວິທະຍາໄລເຕັກນິກປາກປ່າສັກ ຈັດກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ພົບປະສັງສັນເຊິ່ງກັນ ແລະ ກັນ ໃນວັນທີ 24 ເມສາ 2026 ທີ່ເດີ່ນບານຫຍ້າທຽມເທບປັນຍາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ  ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ບໍວອນທັດ ດວງຈັກ ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາໄລເຕັກນິກ ປາກປ່າສັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ໂພໄຊ ບູລົມ ໄດ້ມີຄຳເຫັນວ່າ: ກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບໃນຄັ້ງນີ້ ກໍເພື່ອຮັດແໜ້ນຄວາມສາມັກຄີ ແລະ ພົບປະສັງສັນ ລະຫວ່າງ ກະຊວງການຕ່າງປະເທດ ແລະ ວິທະຍາໄລເຕັກນິກປາກປ່າສັກ ໃຫ້ມີຄວາມສະໜິດແໜ້ນ ໄປຄຽງຄູ່ກັບການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງສາກົນ ໂດຍສະເພາະແມ່ນວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 2026) ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.

ກິດຈະກຳໃນຄັ້ງນີ້,  ທາງວິທະຍາໄລເຕັກນິກປາກປ່າສັກ ແລະ ບໍລິສັດ ທະເວວ ພັດທະນາກະສິກຳ ຄົບວົງຈອນ ແລະ ຜະລິດຕະພັນລາວ ຈຳກັດ ໄດ້ມອບປຶ້ມ 40 ປີ ແຫ່ງການຊອກຫາ ແລະ ປົດລ໋ອກຂໍ້ຄົງຄ້າງຂອງເສດຖະກິດຫວຽດນາມ ໃຫ້ກະຊວງການຕ່າງປະເທດ ແລະ ກະຊວງການຕ່າງປະເທດ ໄດ້ມອບປຶ້ມວັນການທູດ ຄົບຮອບ 80 ປີ ໃຫ້ວິທະຍາໄລເຕັກນິກປາກປ່າສັກ. ພ້ອມກັນນັ້ນ, ບໍລິສັດ ທະເວວ ພັດທະນາກະສິກຳ ຄົບວົງຈອນ ແລະ ຜະລິດຕະພັນລາວ ຈຳກັດ ຍັງໄດ້ມອບຜະລິດຕະພັນມິດທີນຈຳນວນໜຶ່ງໃຫ້ກັບກະຊວງການຕ່າງປະເທດອີກດ້ວຍ.

ສໍາລັບ ການແຂ່ງຂັນຜົນປະກົດວ່າ ທັງສອງພາກສ່ວນບໍ່ສາມາດເອົາຊະນະກັນໄດ້ ສະເໝີກັນໄປ 4-4 ປະຕູ, ໂດຍໃນໄລຍະການແຂ່ງຂັນແມ່ນເຫັນວ່າເຕັມໄປດ້ວຍບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ, ນັກກິລາທັງສອງຝ່າຍແຂ່ງຂັນກັນດ້ວຍໄມຕີຈິດມິດຕະພາບ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ.

ພາບ-ຂໍ້ມູນ: ວິທະຍາໄລເຕັກນິກປາກປ່າສັກ

Related Articles

Leave a Reply