Vientiane Times Lao
ທະນາຄານໂລກອະນຸມັດເງິນກູ້ 22,5 ລ້ານໂດລາເພື່ອແກ້ໄຂຄວາມທຸກຍາກຢູ່ລາວ

ທະນາຄານໂລກອະນຸມັດເງິນກູ້ 22,5 ລ້ານໂດລາເພື່ອແກ້ໄຂຄວາມທຸກຍາກຢູ່ລາວ

ສະພາບໍລິຫານ ຂອງທະນາຄານໂລກ ໄດ້ອະນຸມັດ ເງິນກູ້ດອກເບ້ຍຕໍ່າເພີ່ມ ຈໍານວນ 22,5 ລ້ານ ໂດລາສະຫະລັດອາເມລິກາ ໃຫ້ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງ ສປປ ລາວ, ຊຶ່ງເປັນ​ໂຄງ​ການໜຶ່ງທີ່​ສຳ​ຄັນຂອງ ລັດຖະບານ ໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ເຂດຊົນນະບົດ.

ສະພາບໍລິຫານ ໄດ້ຕົກລົງ ແລະ ເຫັນດີ ໃນ ວັນທີ 2 ທັນວາ 2019 ທີ່ ນະຄອນຫຼວງ ວໍຊິງຕັນ, ສະຫະລັດອາເມລິກາ. 

ທຶນດັ່ງກ່າວ ຈະຖືກນຳໃຊ້ໃນການຈັດຕັ້ງປະຕິບັດກິດຈະກໍາ​ ດ້ານ​ຜະ​ລິດ​ກະ​ສິ​ກຳ ແລະ ໂພ​ສະ​ນາ​ການພາຍ​ໃຕ້ຍຸດທະສາດໂພ​ສະ​ນາ​ການແຫ່ງຊາດ ໂດຍສຸມໃສ່​ໂຄງ​ລ່າງ​ການ​ຜ​ະ​ລິດ ແລະ ໂຄງລ່າງກະສິກໍາ ເພື່ອ​ປັບ​ປຸງ ການ​ດຳ​ລົງ​ຊີ​ວິດ, ແກ້ໄຂບັນຫາໂພສະນາການ ແລະ ການເຂົ້າ​ຫາແຫຼ່ງ​ທຶນ ​ເພື່ອ​ໃຫ້ບັນດາກຸ່ມຊ່ວຍເຫຼືອເຊິ່ງ​ກັນ ແລະ ກັນ​ ກູ້​ຢືມ​ໄດ້.

ນອກນັ້ນ, ທຶນນີ້ ຍັງຈະປະກອບສ່ວນຕໍ່ວຽກ​ງານ​ໂພ​ສະ​ນາ​ການໃນ​ປະ​ຈຸ​ບັນ​ຂອງ​ລັດ​ຖະ​ບານ ​ທີ່​ນຳ​ໃຊ້​ວິ​ທີ​ການ​ປະ​ສານ​ສົມ​ທົບ​ ຂອງຫຼາຍ​ຂະແໜ​ງ​ການ​ເພື່ອຫຼຸດ​​ຜ່​ອ​ນ​ພາ​ວະ​ເຕ້ຍກວ່າ​ມາດ​ຕະ​​ຖານ ຂອງເດັກນ້ອຍຢູ່​ໃນ​ບັນ​ດາເມືອງທຸກຍາກຂອງ​ປະ​ເທດ. ວິ​ທີ​ການນີ້ ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຈາກ​ທະ​ນະ​ຄານ​ໂລກທີ່​ສຸມ​ໃສ່ 4 ແຂວງຄື: ແຂວງອຸດົມໄຊ, ຫົວພັນ,​ ຜົ້ງສາລີ ແລະ ແຂວງຊຽງຂວາງ ຊຶ່ງບັນດາແຂວງເຫຼົ່ານີ້ ມີອັດຕາພາ​ວະ​ເຕ້ຍກວ່າ​ມາດ​ຕະ​ຖານຂອງເດັກນ້ອຍສູງເປັນພິເສດ. ໂດຍຜ່ານຄວາມຄິດລິເລີ້ມດັ່ງກ່າວ, ປະຊາຊົນ ສາມາດປັບປຸງການຜະລິດ ລວມທັງການລ້ຽງສັດ ແລະ ປູກພືດ ເຊິ່ງຈະພາໃຫ້ມີການເພີ່ມຂຶ້ນຂອງການບໍລິໂພກອາຫານ​ທີ່ຫຼາກຫຼາຍ ແລະ ມີໂພສະນາການ​ທີ່​ດີ​ຂຶ້ນ.

ທ່ານ ​ນິ​ໂກ​ລາ ປອນ​ຕາ​ຣາ Nicola Pontara, ຫົວໜ້າ ຫ້ອງການທະ​ນະ​ຄານ​ໂລກປະຈໍາ ສປປ ລາວໄດ້ກ່າວວ່າ ນັບແຕ່ປີ 2002, ກອງທຶນຫຼຸດຜ່ອນຄວາມ​ທຸກຍາກ ໄດ້ມີການຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຜູ້ທຸກຍາກຫຼາຍກວ່າ 1,2 ລ້ານຄົນ ທີ່ອາໃສຢູ່ໃນ​ເກືອບ 3,000 ບ້ານ​ທີ່ທຸກຍາກທີ່ສຸດໃນປະເທດ ໂດຍການປັບປຸງຫົນທາງເຂົ້າບ້ານ, ສຸຂະພິບານ, ຊົນລະປະທານ, ໂຮງຮຽນ ແລະ ສຸກ​ສາ​ລາ. “ທຶນຊ່ວຍເຫຼືອເພີ່ມດັ່ງກ່າວ ຈະຊ່ວຍເພີ່ມຄວາມຫຼາກຫຼາຍຂອງໝວດໝູ່ອາຫານສຳລັບແມ່ຍິງ​ຖື​ພ​າ ແລະ ເດັກນ້ອຍຈຳ​ເປັນ​ຕ້ອງບໍລິໂພກ ໂດຍຊ່ວຍໃຫ້ເຂົາເຈົ້າ ທັງສາມາດຜະລິດອາຫານທີ່ມີໂພສະນາການ​ໄດ້​ດ້ວຍຕົນເອງ ແລະ ເພີ່​ມລາຍ​ຮັບຂອງ​ຕົນ​ຂຶ້ນ.”

ຍຸດທະສາດ ແລະ ແຜນປະຕິບັດງານດ້ານໂພສະນາແຫ່ງຊາດ ຂອງລັດຖະບານ ແມ່ນ​ເລັ່ງ​ໃສ່ຫຼຸດຜ່ອນ​ພາ​ວະ​ເຕ້ຍກວ່າ​ມາດ​ຕະ​ຖານຂອງເດັກນ້ອຍຕ່ຳ​ກວ່າ 5 ປີ ຈາກ 44 ສ່ວນ​ຮ້ອຍ ໃນ​ປີ 2012 ມາເປັນ 25 ສ່ວນ​ຮ້ອຍ ພາຍໃນປີ 2025 ໂດຍ​ຜ່ານ​ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ: ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່ລະ​ບົບ​ປະ​ກັນ​ສັງ​ຄົມ ແລະ ​ການ​ຈັດ​ຕັ້ງໂຄງ​ການ​ໂອນ​ເງິນແບບ​ມີ​ເງື່ອນ​ໄຂ ເພື່ອ​​ແນ​ໃສ່​ຜູ້ໄດ້​ຮັບ​ຜົນ​ປະ​ໂຫຍດທີ່​ຢູ່​ໃນ​ບ້ານ​ເປົ້າ​ໝາຍ.  

ເຖິງແມ່ນວ່າ ຄ​ວາມ​ທຸກ​ຍາກໃນ​ປະ​ເທດ​ ໄດ້ຫຼຸດ​ລົງຫຼາຍໃນໄລ​ຍະ​ສິບ​ປີຜ່ານມາ, ແຕ່ຍັງມີ​ຄວາມ​ແຕກ​ຕ່າງ ລະຫວ່າງ ພາກພື້ນ ແລະ ລະຫວ່າງກຸ່ມຄົນ​ທີ່​ມີ​ສະ​ພາບທາງເສດຖະກິດສັງຄົມ ແລະ ຊົນຊາດຊົນເຜົ່​າ​ຕ່າ​ງ​ກັນ. ​ໃນ​ປີ 2016, ປະມານ 19 ສ່ວນ​ຮ້ອຍ ຂອງປະຊາກອນລາວ ຍັງຂາດໂພສະນາການ ແລະ 33 ​ສ່ວນ​ຮ້ອຍຂອງເດັກ​ຕ່ຳ​ກວ່າ 5 ປີ ຍັງຢູ່​ໃນ​ພາ​ວະ​ເຕ້ຍເກີນ​ມາດ​ຕະ​ຖານ. ໃນຊຸມຊົມທີ່ທຸກຍາກທີ່​ສຸດ, ອັດຕາ​ພາວະ​ເຕ້ຍ​ເກີນ​ມາດ​ຕະ​ຖານ​ຂອງເດັກ ແມ່ນສູງກວ່າເດັກ​ໃນຊຸມຊົນທີ່ຮັ່ງ​ມີທີ່ສຸດເຖິງ​ 3 ເທົ່​າ.

ການຊ່ວຍເຫຼືອທຶນເພີ່ມ​ຂອງທະນານຄານໂລກ ແມ່ນມາຈາກສະມາຄົມເພື່ອການພັດທະນາສາກົນ (IDA), ຊຶ່ງແມ່ນທຶນ ສໍາລັບປະ​ເທດທຸກຍາກທີ່ສຸດຂອງທະນາຄານໂລກ. ຫຼັກ​ຖານໄດ້ຊີ້ໃຫ້ເຫັນວ່າ ເດັກຢູ່​ໃນ​ພາ​ວະ​ເຕ້ຍກວ່າ​ມາດ​ຕະ​ຖານ ແມ່ນມີຄວາມສ່ຽງສູງກວ່າ ທີ່ຈະມີພະຍາດຊໍ້າເຮື້ອ ເມື່ອເຕີບໂຕເປັນຜູ້ໃຫ່ຍ, ມີຈຳ​ນວນປີ​ຂອງການເຂົ້າໂຮງຮຽນ​ໜ້ອຍກວ່າ ແລະ ເປັນຜູ້ໃຫ່ຍ ທີ່ມີລາຍຮັບຕໍ່າລົງ, ໂຄງການນີ້ ແມ່ນແນໃສ່ປະກອບສ່ວນເຂົ້າສູ່ເປົ້າໝາຍ ຂອງໂຄງການຕົ້ນທຶນດ້ານມະນຸດ ຂອງທະນາຄານໂລກ ໂດຍເພີ່ມການລົງທຶນ​ໃສ່ການ​ພັດ​ທະ​ນາ​ຊັບພະຍາກອນມະນຸດ ເພື່ອ​ສ້າງຄວາມ​ເທົ່າ​ທຽມ ແລະ ການເຕີບໂຕທາງ ເສດຖະກິດທີ່ສູງຂຶ້ນ.

ຂ່າວ: ວຽງຈັນທາຍ

ພາບ: ຄຳພັນ

Related Articles

Leave a Reply