Vientiane Times Lao
ເຮືອນ 7 ຫຼັງເປ່ເພໜັກ ແລະ ໃຊ້ການບໍ່ໄດ້ ຈາກແຜ່ນດິນໄຫວຢູ່ເມືອງຫົງສາ

ເຮືອນ 7 ຫຼັງເປ່ເພໜັກ ແລະ ໃຊ້ການບໍ່ໄດ້ ຈາກແຜ່ນດິນໄຫວຢູ່ເມືອງຫົງສາ

ຄະນະອົງການປົກຄອງເມືອງ ຫົງສາ ແຂວງ ໄຊຍະບູລີ ແລະ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ແລະ ຂັ້ນບ້ານໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດເຫດແຜ່ນດິນໄຫວໃນ ວັນທີ 21 ພະຈິກ 2019 ທີ່ຜ່ານມາ ຢູ່ເມືອງຫົງສາ ແຂວງ ໄຊຍະບູລີ ມີ 17 ບ້ານ 130 ກວ່າຄອບຄົວ ທີ່ໄດ້ຮັບຜົນກະທົບ, ມີເຮືອນ 7 ຫຼັງເປ່ເພໜັກບໍ່ສາມາດສ້ອມແປງ ຄືນໄດ້ ນອກນັ້ນຍັງມີເຮືອນ, ຫ້ອງການຂອງ ສຳນັກງານ ແລະ ອົງການລັດເປ່ເພ ປະກອບໂຮງຮຽນ 11 ແຫ່ງ, ວັດ 12 ແຫ່ງ, ໂຮງໝໍ 4 ແຫ່ງ, ຫ້ອງການສຳນັກງານຂອງລັດ 2 ແຫ່ງ, ສຳນັກງານຂອງທະນາຄານ 2 ແຫ່ງ ມູນຄ່າເສຍຫາຍລວມທັງໝົດຫຼາຍກວ່າ 1 ຕື້ກວ່າກີບ ແລະ ທາງເມືອງມີຄວາມຕ້ອງ ການຄວາມຊ່ວຍເຫຼືອຮີບດ່ວນຈາກສັງຄົມໃນ ການຟື້ນຟູຜົນເສຍຫາຍຈາກໄພພິບັດຄັ້ງນີ້ ເປັນຕົ້ນແມ່ນດິນບ໋ອກ, ດິນຈີ່, ຊີມັງ, ເຫຼັກຕະປູ, ກະເບື້ອງ, ສັງກະສີ ແລະ ອື່ນໆ.

ແຜ່ນດິນໄຫວໄດ້ເກີດຂຶ້ນໃນວັນທີ 21 ພະຈິກ 2019 ທີ່ຜ່ານມາ ຢູ່ ແຂວງໄຊຍະບູລີ ມີ 11 ເມືອງທົ່ວແຂວງໄດ້ຮັບຜົນກະທົບ ແຕ່ເມືອງ ທີ່ໄດ້ຮັບຜົນກະທົບນັກກວ່າໝູ່ແມ່ນ ເມືອງ ໄຊສະຖານ ແລະ ເມືອງ ຫົງສາ ມີ 264 ຄອບຄົວ 62 ບ້ານ ທີ່ໄດ້ຮັບຜົນກະທົບ.

ຂ່າວ : ສົມພາວັນ

Related Articles

Leave a Reply