ກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດ ແລະ ກອງບັນຊາການກອງທັບໄທ ສືບຕໍ່ຮ່ວມມືວຽກງານກອງທັບ ເປັນຕົ້ນແມ່ນ: ວຽກງານຮັກສາຄວາມສະຫງົບ, ການຮັກສາຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ.
ໂດຍປະຕິບັດຕາມການເຊື້ອເຊີນຂອງ ກອງທັບຣາຊະອານາຈັກໄທ, ທ່ານ ພົນໂທ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງ, ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ 28 ເມສາ 2026 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງກອງທັບ ລາວ-ໄທ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່.
ພິທີຕ້ອນຮັບ ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ກອງບັນຊາການກອງທັບໄທ, ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ພົນເອກ ອຸ ກຣິດ ບຸນຕານົນ ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ.
ຈາກນັ້ນ, ທ່ານ ພົນໂທ ສາຍໃຈ ກົມມະສິດ ໄດ້ໃຫ້ກຽດກວດແຖວກອງທະຫານກຽດຕິຍົດ ແລະ ລົງນາມປື້ມສະແດງຄວາມຮູ້ສຶກ ເພື່ອຈາລຶກໄວ້ເປັນປະຫວັດສາດແຫ່ງຄວາມສາມັກຄີ ມິດຕະພາບ ລະຫວ່າງສອງຊາດ, ສອງກອງທັບລາວ-ໄທ.
ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ຄະນະຜູ້ແທນການທະທານຂັ້ນສູງກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນເຊິ່ງກັນ ແລະ ກັນ, ພ້ອມນັ້ນສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ ເປັນຕົ້ນແມ່ນ: ວຽກງານຮັກສາຄວາມສະຫງົບ, ການຮັກສາຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ-ໄທ, ໄທ-ລາວ, ການແລກປ່ຽນຂໍ້ມູນຂ່າວສານ, ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນ.
ຂ່າວ: ພ້ອມພົງ
ພາບ: ອາໄຊ

